ລົງໂຄສະນາເຜີຍແຜ່ ການສະກັດກັ້ນ ແລະ ຕ້ານການເກີດອັກຄີໄພ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 465

ຕອນເຊົ້າ ວັນທີ 16 ກຸມພາ 2018 ນີ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄຳໄຊ ນຳໂດຍທ່ານ ພັນຕີ ແຂກ ພົມມະກົດ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄດ້ລົງເຄື່ອນໄຫວໂຄສະນາໂຄງການຕ້ານອັກຄີໄພຢູ່ທີ່ບໍລິສັດ ໂຄລາວແຄຣ ສາຂາປາກຊັນ ແຂວງ ບໍລິຄໍາໄຊ,ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແສງສຸລິຍາ ສຸວັນນະລິນທອງ ຜູ້ຈັດການ ຫົວໜ້າຫ້ອງຂາຍບໍລິສັດ ໂຄລາວແຄຣ (ສາຂາປາກຊັນ) ພ້ອມພະນັກງານ...
ຕະຫລາດຢີ່ປຸ່ນ ຊື້ເຟີນິເຈີຈາກລາວ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 412

ຖືວ່າເປັນຂ່າວດີ ເມື່ອປະເທດຢີປຸ່ນ ໃຫ້ຄວາມສົນໃຈ ໃນຜະລິດຕະພັນເຟີນິເຈີຈາກລາວ ໂດຍສະເພາະ ເຟີນິເຈີທີ່ເຮັດຈາກໄມ້ປູກ, ຫວາຍ ແລະ ໄມ້ປ່ອງ ພາຍຫລັງ ທີ່ທ່ານ ຮີເດໂອະ ມິຊຶຮາຊິ, ປະທານບໍລິສັດ ມີຮາຊິ ຈໍາກັດ ໄດ້ເດີນທາງມາປະເທດລາວ ໃນວັນທີ 13–14 ກຸ່ມພາ 2018 ຜ່ານມາ ແລະ ໄດ້ຮັບຊື້ບັນດາຜະລິດຕະພັນຂອງໂຮງງານເຟີນິເຈີ ທີ່ເປັນເຄືອຂ່າຍຂອງສູນພັດທະນາ ແລະ ທົດສອບສີມືແຮງງານ ເວສະພົງ ເປັນຈຳນວນຫລາຍ ແລະ ພ້ອມທັງຢືນຢັນວ່າ ...
ກໍາມະບານຮາກຖານ ເຂື່ອນໄຟຟ້ານໍ້າມັງ 3 ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 62 ປີ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 451

ຕອນເຊົ້າຂອງວັນທີ 15 ກຸມພາ 2018 ກໍາມະບານຮາກຖານ ເຂື່ອນໄຟຟ້ານໍ້າມັງ 3 ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 62 ປີ ( 1 ກຸມພາ 1956–1 ກຸມພາ 2018 ) ຢູ່ທີ່ຫ້ອງປະຊຸມເຂື່ອນໄຟຟ້າດັ່ງກ່າວ, ເຊິ່ງໃຫ້ກຽດປາຖະກະຖາໂດຍທ່ານ ເທບພະໄທ ແກ້ວເຂັມເພັດ, ກໍາມະການພັກແຂວງ ປະທານສະຫະພັນກໍາມະບານແຂວງ ມີຄະນະປະທານ, ສະມາຊິກກໍາມະບານ ພາຍໃນກໍາມະບານຮາກຖານເຂົ້າຮ່ວມ. ..
ເມືອງພູຄູນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງ ຄັ້ງທີ 5 ສະໄໝທີ 3
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 425

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູຄູນ ເປີດກວ້າງ ຄັ້ງທີ 5 ສະໄໝທີ 3 ໄດ້ສໍາເລັດລົງຢ່ຢ່າງຈົບງາມ ໃນອາທິດຜ່ານມາ ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ ຢູ່ທີ່ສະໂມສອນໃຫ່ຍຂອງເມືອງ ໂດຍການເປັນປະທານຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງ ເມືອງພູຄູນ ມີຄະນະປະຈໍາ, ກຳມະການພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກບ້ານພາຍໃນເມືອງເຂົ້າຮ່ວມ ຈໍານວນ 87 ທ່ານ, ຍິງ 8 ທ່ານ,...
ຄະນະບໍລິຫານຊາວໝຸ່ມເມືອງ ອາດສະພັງທອງ ໄດ້ເປີດບັ້ນດໍາເນີນຊິວິດການເມືອງ
- Details
- ທະວີສັກ ໃບລາສີ
- Category: Politic
- Hits: 500

ໃນທ້າຍອາທິດຜ່ານມານີ້; ກອງປະຊຸມບັ້ນດໍາເນີນຊິວິດການເມືອງ ພາຍໃນຄະນະບໍລິຫານຊາວໝຸ່ມປະຊາຊົນ ປະຕິວັດລາວ ຂອງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນ ໂດຍການເປັນປະທານສະຫາຍ ບຸນແກດ ຫອມພະມາໄລ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີສະຫາຍ ຄໍາຕູນ ສົມສະນິດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມປະຊາຊົນ ປະຕິວັດລາວແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ, ...
ເຜີຍແຜ່ເອກະສານວຽກງານຕ່າງໆ ຂອງສູນກາງແນວລາວສ້າງຊາດ
- Details
- ທະວີສັກ ໃບລາສີ
- Category: Politic
- Hits: 506

ໃນວັນທີ 13 ກຸ່ມພາ 2018 ທີ່ຫ້ອງການ ບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ມີກອງປະຊຸມເຜີຍແຜ່ເອກະສານວຽກງານຕ່າງໆ ຂອງ ສູນກາງແນວລາວສ້າງຊາດຂື້ນ ໂດຍການເຂົ້າຮ່ວມກອງປະຊຸມຂອງ ທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ, ຄະນະປະຈໍາ ສູນກາງແນວລາວສ້າງຊາດ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ລຳສະໄໝ ວໍລະສານ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງບໍລິຄໍາໄຊ, ທ່ານ ຄໍາມອນ ໄຊພົມມີ ...
ປະຊາຊົນ ຈຳນວນ 7 ບ້ານ ເມືອງພູຄູນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກນັກສຶກສາ ສປ ຈີນ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 394

ໃນເມື່ອບໍ່ດົນນີ້ ທີ່ສະໂມສອນໃຫຍ່ຂອງເມືອງພູຄູນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກທີມງານນັກສຶກສາ ສປ ຈີນ ຮ່ວມກັບ ສະພາການຄ້າ ສປ ຈີນ ປະຈຳ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ມີບັນດາຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ຜູ້ຕ່າງໜ້າສະພາການຄ້າ ສປ ຈີນ ປະຈຳ ແຂວງຫຼວງພະບາງ, ນັກສຶກສາ ສປ ຈີນ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນເມືອງເຂົ້າຮ່ວມ.. .ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມທົ່ວໄປ ...
MC Corner
ພຸດດາມອນ ຈັນທະລາສີ (ຈ່ອຍ)
Phouthdamone Chanthalasi (Joii)
ນັດ ພົງສະຫວັນ (ນັດຕີ້)
Nat Phongsavanh (Bobby)
ຄຳພູວັນ ໄຊຊະນະລິນທອງ (ກຸ້ງນາງ)
Khamphuvanh Xaixanalinthong (Koungnang)
ວິໄລລັກ ອຸ່ນນະລາດ (ນ້ຳຝົນ)
Vilailak Ounnalad (Namfon)
ແກ້ວພິລາ ຫອມສົມບັດ (ແກ້ວ)
Keophila Homsombad (Keo)
ສຽວຜິງ ໄຊຍະລິນ (ສຽວຜິງ)
Siewphing Xyyalinh (Siewphing)
ສຸລິຍັນ ຍັງນຸວົງ (ກິນ້ອຍ)
Suliyun Youngnuvong (Kinoy)
ຄຳບາງ ຄູນລືຊາ (ຄຳບາງ)
Khambang KoonLuexa (Khambang)
ເຈນນີ້ ທອງວິໄລ (ເຈນນີ້)
Jenny Thongvilai (Jenny)
ສຸດາພອນ ສີຊົມຊື່ນ (ຫຍຸຍ)
Sudapone Sixomxeon (Yuii)
ສຸກສະຫວັນ ນາມວົງຍົດ (ດຸກດິກ)
Souksawanh Namvongyod (Dookdik)
ສຸດທິພອນ ຜາຟອງ (ປ້ອມ)
Soudthipone Phafong (Pom)
ອິນປອນ ຄຳພູມີ (ກິນ້ອຍ)
Inpone Khamphoumee (Kinoy)
ທິນນະລັດ ພີມປະເສີດ (ມ໋ອດ)
Thinnalat Phimpasert (Mos)
ບຸດສະດີ ເສີມວົງໄຊ (ຕຸ໊ກຕາ)
Boudsadee Sermvongxai (Tookta)
ສຸຈິນດາ ປ້ອງວົງແກ້ວ (ລີ)
Suchinda Pongvongkeo (Lee)
ລັດດາວັນ ຂຸນທະວົງ (ປູເປ້)
Laddavanh Khounthavong (Poupay)
[icesocial mode="facebook_fanpage" width="348" height="250" name="laostartv.la"]
ສາມາດຕິດຕາມຂ່າວການເຄື່ອນໄຫວຕ່າງໆຜ່ານທາງ Social ຕ່າງໆອີກເພີ່ມຕື່ມ!!.
Who's Online
We have 188 guests and no members online

