ຖືວ່າເປັນຂ່າວດີ ເມື່ອປະເທດຢີປຸ່ນ ໃຫ້ຄວາມສົນໃຈ ໃນຜະລິດຕະພັນເຟີນິເຈີຈາກລາວ ໂດຍສະເພາະ ເຟີນິເຈີທີ່ເຮັດຈາກໄມ້ປູກ, ຫວາຍ ແລະ ໄມ້ປ່ອງ ພາຍຫລັງ ທີ່ທ່ານ ຮີເດໂອະ ມິຊຶຮາຊິ, ປະທານບໍລິສັດ ມີຮາຊິ ຈໍາກັດ ໄດ້ເດີນທາງມາປະເທດລາວ ໃນວັນທີ 13–14 ກຸ່ມພາ 2018 ຜ່ານມາ ແລະ ໄດ້ຮັບຊື້ບັນດາຜະລິດຕະພັນຂອງໂຮງງານເຟີນິເຈີ ທີ່ເປັນເຄືອຂ່າຍຂອງສູນພັດທະນາ ແລະ ທົດສອບສີມືແຮງງານ ເວສະພົງ ເປັນຈຳນວນຫລາຍ ແລະ ພ້ອມທັງຢືນຢັນວ່າ ຈະເປັນຕະຫລາດຫລັກໃຫ້ແກ່ຜະລິດຕະພັນສິນຄ້າຂອງລາວ ໂດຍສະເພາະ ເຟີນິເຈີ.
ທ່ານ ຮີເດໂອະ ມິຊຶຮາຊິ, ປະທານບໍລິສັດ ມີຮາຊິ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ສືມວນຊົນວ່າ: ມີຫລາຍຜະລິດຕະພັນເຟີນິເຈີ ທີ່ຫນ້າສົນໃຈ ເປັນຕົ້ນ ເຄື່ອງແກະສະຫລັກ, ຜະລິດຕະພັນທີ່ເຮັດຈາກຫວາຍ, ໄມ້ໄຜ່ ແລະ ໄມ້ປ່ອງ ອື່ນໆ ໂດຍຕົນເອງ ໄດ້ຊື້ເປັນຈຳນວນຫລວງຫລາຍ ເພື່ອນຳໄປວາງສະແດງ ແລະ ຂາຍ ໃນຕະຫລາດຂອງປະເທດຢີ່ປຸ່ນ ແລະ ຕະຫລາດສາກົນນຳອີກ ເພາະຢູ່ປະເທດອື່ນ ຍັງບໍ່ມີສິນຄ້າປະເພດແບບນີ້ ແລະ ເຊື່ອແນ່ວ່າຈະໄດ້ຮັບຄວາມສົນໃຈຈາກລູກຄ້າແນ່ນອນ ແລະ ການຊື້-ຂາຍໃນຄັ້ງນີ້ ຍັງເປັນການເລີ້ມຕົ້ນເປີດຕະຫລາດ ແລະ ໂອກາດຫນ້າຍັງຈະຊື້ເພີ້ມຂື້ນກວ່ານີ້ ແລະ ຢັ້ງຢືນວ່າຈະເປັນຕະຫລາດຫລັກຂອງສິນຄ້າດັ່ງກ່າວທີ່ຜະລິດຈາກປະເທດລາວ ທັງນີ້ ກໍ່ເພື່ອສົ່ງເສີມສີໄມ້ລາຍມືຂອງຄົນລາວ ຊ່ວຍຂະຫຍາຍຕະຫລາດໃຫ້ກ້ວາງ, ສົ່ງເສີມການຜະລິດທີ່ໄດ້ຄຸນນະພາບ, ນີ້ຄືຄວາມຕັ້ງໃຈທີ່ຈະຊ່ວຍພັດທະນາ ແລະ ສົ່ງເສີມຜະລິດຕະພັນເຟີນິເຈີຂອງລາວ.
ດ້ານທ່ານ ໂຍທິນ ເວດສະພົງ, ປະທານສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ເປີດເຜີຍວ່າ: ຖືວ່າເປັນໂອກາດອັນດີຂອງນັກທຸລະກິດລາວ ເພາະນີ້ເປັນຄູ່ຮ່ວມພັດທະນາທີ່ດີ ແລະ ມີຄວາມຫມັ່ນໃຈ ເພື່ອທີ່ຈະຄ້ວາໂອກາດການຊ່ວຍເຫລືອນີ້ໄວ້ ກໍ່ຄືການສ້າງຜະລິດຕະພັນທີ່ເຂົາຕ້ອງການ ພ້ອມທັງ ສະຫນອງຢ່າງພຽງພໍ ແລະ ທາງສູນເອງກໍ່ຈະເຮັດຫນ້າທີ່ປະສານງານທີ່ດີ ເພື່ອຊ່ວຍສະມາຊິກທີ່ຂື້ນກັບສູນ ຊຶ່ງປະຈຸບັນ ມີສະມາຊິກທັງຫມົດ 45 ໂຮງງານ. ຊຶ່ງການມາຂອງທ່ານ ຮີເດໂອະ ມິຊຶຮາຊິ, ປະທານບໍລິສັດ ມີຮາຊິ ຈໍາກັດ ແມ່ນໄດ້ຊື້ສິນຄ້າຜະລິດຕະພັນເຟີນິເຈີຈາກສະມາຊິກ 1 ຕູ້ຄອນເທັນເນີ ເພື່ອນຳໄປວາງສະແດງ ແລະ ຂາຍໃນປະເທດຢີ່ປຸ່ນ.
Editor: ຕະວັນ ແສງສະຫວັນ