Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ໂອກາດມາຮອດແລ້ວ ສຳລັບແມ່ຍິງທີ່ຂາດໂອກາດເຂົ້າເຖິງແຫຼ່ງທຶນ ແຕ່ມີຄວາມຕ້ອງການລິເລີ່ມຢາກເຮັດທຸລະກິດ ເພື່ອຫາລາຍໄດ້ເຂົ້າສູ່ຄອບຄົວ...

Details
Souphatta
Category: Education
Hits: 8289

ສາມາດສະໝັກເອົາທຶນການຝຶກອົບຮົມວິຊາຊີບ ຈາກສູນຜູ້ປະກອບແມ່ຍິງໄດ້ ປັດຈຸບັນທາງສູນ ໄດ້ສະໝັບສະໜູນທຶນວິຊາຊີບຕັດຫຍິບເສື້ອຜ້າແມ່ຍິງ ຈຳນວນ 10 ທຶນ ເຊິ່ງເປີດຮັບສະໝັກຕັ້ງແຕ່ວັນທີ 7 ຫາ 14 ສິງຫາ ປີ 2019 ນີ້.

ສູນຜູ້ປະກອບການແມ່ຍິງ (WEC) ໄດ້ຖືກສ້າງຕັ້ງຂຶ້ນໃຫ້ເປັນສະຖານທີ່ຝຶກອົບຮົມໂດຍການຮ່ວມມືກັນ ລະຫວ່າງ ອົງການການສຶກສາໂລກ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຊຸກຍູ້ແນວຄວາມຄິດລິເລີ່ມທຸລະກິດໃໝ່ ແລະ ສະໜັບ   ສະໜູນການຂະຫຍາຍໂຕ ຂອງທຸລະກິດ ທີ່ມີຢູ່ແລ້ວ ໂດຍສະເພາະແມ່ນທຸລະກິດຂອງຜູ້ປະກອບການແມ່ຍິງ.

ການເປີດໂອກາດໃນການໃຫ້ທຶນຄັ້ງນີ້ ແມ່ນເພື່ອສະໜັບສະໜູນ ຜູ້ປະກອບການແມ່ຍິງທີ່ອາໄສຢູ່ໃນ ແລະ ນອກນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ ເຊິ່ງເປັນຜູ້ທີ່ມີຄວາມຄິດກ່ຽວກັບທຸລະກິດ ແລະ ປາດຖະໜາຢາກເລີ່ມຕົ້ນທຸລະກິດຂອງຕົນ ແຕ່ຍັງບໍ່ມີທຶນ ແລະ ໂອກາດໃນການເຂົ້າຮ່ວມການຝຶກອົບຮົມ ແລະ ຮຽນຮູ້ກ່ຽວກັບການເລີ່ມຕົ້ນທຸລະກິດ.

ສຳລັບທຶນສະໜັບສະໜູນທຶນຝຶກອົບຮົມຄັ້ງນີ້ ແມ່ນທຶນທີ່ເຕັມຮູບແບບ ຈະລວມມີຄ່າອາຫານ, ທີ່ພັກ, ຄ່າເດີນທາງ ແລະ ການຝຶກອົບຮົມ. ທຶນການສຶກສາບາງສ່ວນ ຈະມອບໃຫ້ຜູ້ເຂົ້າຮ່ວມ ທີ່ສາມາດຮັບຜິດຊອບຄ່າໃຊ້ຈ່າຍໃດໜຶ່ງຕາມທີ່ກ່າວມາຂ້າງເທິງ. ສຳລັບເງື່ອນໄຂຜູ້ສະໝັກຕ້ອງມີດັ່ງລຸ່ມນີ້:

 - ແມ່ຍິງຜູ້ທີ່ມີແນວຄວາມຄິດຢາກເຮັດທຸລະກິດ ແຕ່ຂາດທັກສະ ແລະ ການສະໜັບສະໜູນ ໃນການປະກອບການທຸລະກິດຂັ້ນເລີ່ມຕົ້ນ

- ແມ່ຍິງຜູ້ທີ່ມີຄວາມຕັ້ງໃຈ ແລະ ຕັດສິນໃຈຢາກເພີ່ມທັກສະຄວາມຮູ້ທີ່ມີໃຫ້ດີຂຶ້ນກວ່າເກົ່າ ແລະ ຮຽນຮູ້ທັກສະໃໝ່ເພື່ອເລີ່ມຕົ້ນທຸລະກິດຂອງຕົນເອງ ແລະ ແມ່ຍິງຜູ້ທີ່ມີຄວາມມຸ້ງໝັ້ນ ທີ່ຈະກັບໄປເຮັດທຸລະກິດຢູ່ບ້ານຂອງຕົນເອງ. ສ່ວນຂັ້ນຕອນການສະໝັກ: ກະລຸນາຕື່ມແບບຟອມສະໝັກທາງອອນໄລ ຫຼື ຕິດຕໍ່ທາງສູນ ເພື່ອຂໍຄວາມຊ່ວຍເຫຼືອ

ໝາຍເຫດ: ແມ່ຍິງທີ່ມີຄວາມພິການກໍສະໝັກໄດ້. ເປີດຮັບສະໝັກຕັ້ງແຕ່ວັນທີ 7 ຫາ 14 ສິງຫາ ປີ 2019, ຜູ້ທີ່ຖືກຄັດເລືອກເທົ່ານັ້ນຈະໄດ້ຮັບການຕິດຕໍ່. ສໍາລັບຜູ້ສະໝັກທີ່ມີຄວາມສົນໃຈ, ກະລຸນາສົ່ງແບບຟອມສະໝັກໃນເວລາທີ່ກຳນົດ. ຖ້າທ່ານມີຄໍາຖາມ ກະລຸນາສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ຫ້ອງການສູນຜູ້ປະກອບການແມ່ຍິງ, ບ້ານໜອງບອນ, ຮ່ອມ 12 ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ຫລື ໂທ: 021 451669

 

 

 

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top