ຕອນເຊົ້າຂອງວັນທີ 15 ກຸມພາ 2018 ກໍາມະບານຮາກຖານ ເຂື່ອນໄຟຟ້ານໍ້າມັງ 3 ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 62 ປີ ( 1 ກຸມພາ 1956–1 ກຸມພາ 2018 ) ຢູ່ທີ່ຫ້ອງປະຊຸມເຂື່ອນໄຟຟ້າດັ່ງກ່າວ, ເຊິ່ງໃຫ້ກຽດປາຖະກະຖາໂດຍທ່ານ ເທບພະໄທ ແກ້ວເຂັມເພັດ, ກໍາມະການພັກແຂວງ ປະທານສະຫະພັນກໍາມະບານແຂວງ ມີຄະນະປະທານ, ສະມາຊິກກໍາມະບານ ພາຍໃນກໍາມະບານຮາກຖານເຂົ້າຮ່ວມ.
ທ່ານ ເທບພະໄທ ແກ້ວເຂັມເພັດ ໄດ້ເລົ່າຄືນມູນເຊື້ອການເຕີບໃຫຍ່, ການຂະຫຍາຍຕົວ, ຜົນງານອັນດີເລີດຂອງສະຫະພັນກໍາມະບານລາວ ໃນໄລຍະ 62 ປີຜ່ານມາ ຈົນເຖິ່ງປະຈຸບັນ ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ, ກວ້າງຂວາງ ທົ່ວສະມາຊິກກໍາມະບານ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າບາງຕອນເພີ່ນຍັງກ່າວວ່າ: ໜ້າທີ່ຕົ້ນຕໍຂອງສະຫະພັນກໍາມະບານລາວ ແມ່ນວຽກງານໂຄສະນາການປະຕິບັດແນວທາງນະໂຍບາຍຂອງພັກ ເປັນໃຈກາງຂອງການເຄື່ອນໄຫວສ້າງຂະບວນການດ້ານຕ່າງໆ, ປະກອບສ່ວນທຸກສິ່ງທຸກຢ່າງເພື່ອຮັບໃຊ້ແນວໜ້າ, ປົກປັກຮັກສາປະເທດຊາດ, ໂດຍຍຶດໝັ້ນແນວທາງນະໂຍບາຍຂອງພັກ “ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກພາບ ວັດທະນາຖາວອນ” ນອກນັ້ນ ຍັງມີພາລະບົດບາດ, ສິດ ແລະ ໜ້າທີ່ ສືກສາອົບຮົມການເມືອງ-ແນວຄິດ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າເປັນບັນຫາສໍາຄັນ, ຂະຫຍາຍສະມາຊິກກໍາມະບານ, ກໍາມະບານຮາກຖານ ຫຼື ຕ່າງໜ້າຊາວຜູ້ອອກແຮງງານ ເຂົ້າໃນພະແນກການ, ໂຮງຮຽນ, ໂຮງໝໍ, ໂຮງຈັກ, ໂຮງງານ, ລັດວິສາຫະກິດພາກລັດ ແລະ ເອກະຊົນອື່ນໆ ໃຫ້ນັບມື້ສູງຂື້ນ.
ຕອນທ້າຍທ່ານຍັງເນັ້ນໃຫ້ສະມາກໍາມະບານ ພາຍໃນກໍາມະບານຮາກຖານ ເຂື່ອນໄຟຟ້ານໍ້າມັງ 3 ເພີ່ມທະວີ ຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຮັດຫຼອນໜ້າທີ່ຂອງຕົນຮັບຜິດຊອບ ກໍ່ຄືວຽກງານການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ປະກອບສ່ວນເຂົ້າວຽກງານວິຊາສະເພາະ, ຝືກຜົນຫຼໍ່ຫຼອມດ້ານຄວາມຮູ້, ຄວາມສາມາດ, ເສີມຂະຫຍາຍສີໄມ້ລາຍມື, ເຕັກນີກວິທະຍາສາດ ຂອງສະມາຊິກກໍາມະບານ, ກໍາມະກອນພາຍໃນຮາກຖານໃຫ້ນັບມື້ສູງຂື້ນ ເພື່ອປະກອບເຂົ້າໃນການຜະລິດດ້ານຕ່າງໆ ຂົງເຂດວຽກງານຂອງຕົນເອງ ມີສະຕິປະກອບສ່ວນເຂົ້າໃນວຽກງານການປະຕິບັດນະໂຍບາຍຂອງພັກ ວາງອອກແຕ່ລະໄລຍະ.
Editor: ນັກຂ່າວແຂວງວຽງຈັນ