ການມອບ - ຮັບ ອາຄານໂຮງຮຽນມັດທະຍົມສົມບູນ ບ້ານສອງເໝືອງ ເມືອງໜອງບົກ ໄດ້ຈັດຂື້ນໃນວັນທີ 24 ກໍລະກົດ 2019 ຜ່ານມາ ທີ່ເດີ່ນໂຮງຮຽນບ້ານສອງເໝືອງ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າ ແຂວງໆຄຳມ່ວນ, ທ່ານ ສີໄຮ ແກ້ວໄກຖີ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ, ທ່ານ ຫງຽວນ ກິມ ເຊິນ ປະທານບໍລິສັດ ລີເວີຊາຍ ໂພເພີຕີ, ທ່ານ ແພງມາ ໄຊຍະວົງ ຮອງຫົວໜ້າ ຫ້ອງການ ກະຊວງສຶກສາທິການ ແລະ ກິລາເມືອງ ມີທ່ານຮອງເຈົ້າເມືອງ, ພະນັກງານວິຊາ ການທີ່ກ່ຽວຂ້ອງຕະຫຼອດຮອດອຳນາດການປົກຄອງ, ຄູ ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີຄັ້ງນີ້ ທ່ານ ບຸນທາ ລັດຖາວອນ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາມືອງໜອງບົກ ລາຍງານຄວາມເປັນມາຂອງໂຄງການກໍ່ສ້າງ ອາຄານໂຮງ ຮຽນມັດທະຍົມສົມບູນບ້ານສອງເໝືອງ ເຊີ່ງໄດ້ຮັບທຶນ ການກໍ່ສ້າງຈາກ ທ່ານ ຫງຽວນ ກິມ ເຊິນ ປະທານບໍລິສັດລີ ເວີຊາຍ ໂພເພີຕີ ມູນຄ່າໃນການກໍ່ສ້າງທັງໝົດ 4 ຕື້ 323 ລ້ານກວ່າກີບ, ມີອາຄານຮຽນ 1 ຫຼັງ, ຂະໜາດ 25 X 56 ແມັດ, ແບ່ງເປັນ 12 ຫ້ອງຮຽນ ແລະ 2 ຫ້ອງການ ພ້ອມເຄື່ອງເຟີນີເຈີ ແລະ ໄຟຟ້າເຊີ່ງໄດ້ເລີ້ມ ລົງມືກໍ່ສ້າງມາແຕ່ວັນທີ 6 ມີນາ 2018 ຫາ ວັນທີ 24 ກໍລະກົດ 2019 ແມ່ນໄດ້ສຳເລັດ 100% ຈາກນັ້ນ, ປະທານ ບໍລິສັດ ຜູ້ຮັບເໝົາກໍ່ສ້າງ ກໍ່ໄດ້ ເຊັນບົດບັນທຶກມອບ - ຮັບອາຄານໂຮງຮຽນມັດທະຍົມ ສົມບູນບ້ານສອງເໝືອງ ກັບ ທ່ານ ສີໄຮ ແກ້ວໄກຖີ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ຈາກນັ້ນ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ກໍ່ໄດ້ມອບຫຼຽນ ໄຊແຮງງານຊັ້ນ 1 ແລະ ໃບຍ້ອງຍໍຂອງ ກະຊວງສຶກສາທິ ການ ແລະ ກິລາ ພ້ອມກັບຂອງທີລະນຶກໃຫ້ກັບທ່ານ ຫງຽວນ ກິມ ເຊີນ, ໃນໂອກາດດຽວກັນນີ້ ກໍ່ໄດ້ຕັດແຜ່ນຜ້າເປີດ ການຊົມໃຊ້ອາຄານຮຽນດັ່ງກ່າວ ແລະ ຍັງໄດ້ຢ້ຽມຊົມ ຫ້ອງຮຽນ ພ້ອມທັງຍັງໄດ້ໄປ ຢ້ຽມຊົມອານຸສອນສະຖານປະທານໂຮຈີມິນຕື່ມອີກ.