ໃນເມື່ອບໍ່ດົນນີ້ ທີ່ສະໂມສອນໃຫຍ່ຂອງເມືອງພູຄູນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກທີມງານນັກສຶກສາ ສປ ຈີນ ຮ່ວມກັບ ສະພາການຄ້າ ສປ ຈີນ ປະຈຳ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ມີບັນດາຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ຜູ້ຕ່າງໜ້າສະພາການຄ້າ ສປ ຈີນ ປະຈຳ ແຂວງຫຼວງພະບາງ, ນັກສຶກສາ ສປ ຈີນ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນເມືອງເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມທົ່ວໄປ ລວມມູນຄ່າ ທັງໝົດ 552 ລ້ານກວ່າກີບ ເຊິ່ງໄດ້ມາຈາກການປຸກລະດົມຈາກນັກສຶກສາ ສປ ຈີນ. ໃນໂອກາດດັ່ງກ່າວນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ໄດ້ມອບໃບຂອບໃຈ ພ້ອມທັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈມາຍັງນັກສຶກສາ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຕໍ່ກັບປະຊາຊົນພາຍໃນເມືອງ ໂດຍສະເພາະແມ່ນຄອບຄົວທີ່ມີຄວາມທຸກຍາກຂາດເຂີນ ແລະ ຖືກຜົນກະທົບໄພພິບັດທາງທຳມະຊາດ.
ຫຼັງຈາກນັ້ນ ການນຳເມືອງ ແລະ ທີມງານ ກໍໄດ້ເດີນທາງໄປມອບເຄື່ອງໃຫ້ແກ່ປະຊາຊົນບ້ານເປົ້າໝາຍຈຳນວນ 7 ບ້ານຄື: ບ້ານພູລັງຈັງ, ບ້ານລ້ອງໝ້ຽງ, ບ້ານພູສູງ, ບ້ານໂພນໄຊ, ບ້ານພູເລີຍ, ບ້ານຫ້ວຍສະແຕບ ແລະ ບ້ານທົ່ງສະຕາ ທັງນີ້ ກໍ່ເພື່ອເປັນການແບ່ງເບົາບັນເທົາທຸກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.
Editor: ນັກຂ່າວເມືອງພູຄູນ