ໃນວັນທີ 13 ກຸ່ມພາ 2018 ທີ່ຫ້ອງການ ບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ມີກອງປະຊຸມເຜີຍແຜ່ເອກະສານວຽກງານຕ່າງໆ ຂອງ ສູນກາງແນວລາວສ້າງຊາດຂື້ນ ໂດຍການເຂົ້າຮ່ວມກອງປະຊຸມຂອງ ທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ, ຄະນະປະຈໍາ ສູນກາງແນວລາວສ້າງຊາດ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ລຳສະໄໝ ວໍລະສານ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງບໍລິຄໍາໄຊ, ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງວຽງທອງ, ມີບັນດາປະທານແນວລາວສ້າງຊາດເມືອງ, ປະທານນັກຮົບເກົ່າ, ຫົວໜ້າຫ້ອງການ, ຮອງຫ້ອການພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂົ້າຮ່ວມ.
ກອງປະຊຸມ ທ່ານ ສົມໃຈ ຊົ່ງລາວ່າງ, ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ໃຫ້ກຽດຂື້ນລາຍງານສະພາບລວມໂດຍຫຍໍ້ຂອງວຽກງານແນວລາວສ້າງຊາດເມືອງວຽງທອງ ແລະ ສະພາບການເຄື່ອນໄຫວຂອງຫ້ອງການແນວລາວສ້າງຊາດເມືອງ ຕໍ່ກອງປະຊຸມ. ຈາກນັ້ນ ທ່ານ ລຳສະໄໝ ວໍລະສານ ຄະນະປະຈຳພັກແຂວງ, ປະທານແນວງລາວສ້າງຊາດແຂວງ ໄດ້ເຜີຍແຜ່ບາງເອກະສານກ່ຽວກັບວຽກງານ ຂອງ ສູນກາງແນວລາວສ້າງຊາດເປັນຕົ້ນແມ່ນ ຂໍ້ຕົກລົງວ່າດ້ວຍການພົວພັນຂະຫຍາຍການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນນິດຫວຽດນາມ ໄລຍະປີ 2017–2018, ບົດບັນທຶກຊ່ວຍຈໍາ ໂຄງການຮ່ວມມື ແນວໂຮມສາມັກຄີ ພັດທະນາມາຕຸພຸມ ກໍາປູເຈຍ ແລະ ແນວລາວສ້າງຊາດ ແລະ ແນວໂຮມປະຊາຊາດ ຫວຽດນາມ ໃນໄລຍະປີ 2017 – 2018, ເອກະສານ ຂໍ້ຕົກລົງຂອງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພຸມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບ ຢູ່ຕາມບໍລິເວນຊາຍແດນ 2 ປະເທດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ເອກະສານຕ່າງໆແລ້ວນໍາເອົາເນື້ອໃນຂອງກອງປະຊຸມໄປເສີມຂະຫຍາຍໃນແຕ່ລະທ້ອງຖິ່ນຂອງຕົນ.
ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈຳສູນກາງແນວລາວສ້າງຊາດ, ຮອງປະທານສູນກາງແນວລາວສ້າງຊາດ ຕື່ມອີກ.
Editor: ນັກຂ່າວເມືອງວຽງທອງ