ຕອນເຊົ້າ ວັນທີ 16 ກຸມພາ 2018 ນີ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄຳໄຊ ນຳໂດຍທ່ານ ພັນຕີ ແຂກ ພົມມະກົດ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄດ້ລົງເຄື່ອນໄຫວໂຄສະນາໂຄງການຕ້ານອັກຄີໄພຢູ່ທີ່ບໍລິສັດ ໂຄລາວແຄຣ ສາຂາປາກຊັນ ແຂວງ ບໍລິຄໍາໄຊ,ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແສງສຸລິຍາ ສຸວັນນະລິນທອງ ຜູ້ຈັດການ ຫົວໜ້າຫ້ອງຂາຍບໍລິສັດ ໂຄລາວແຄຣ (ສາຂາປາກຊັນ) ພ້ອມພະນັກງານພາຍບໍລິສັດ ເຂົ້າຮ່ວມຮັບຟັງ.
ທ່ານ ພັນຕີ ແຂກ ພົມມະກົດ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງບໍລິຄຳໄຊ ໄດ້ຜ່ານເອກກະສານ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ເຊິ່ງໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍເຫຍຈາກການເກີດອັກຄີໄພ-ໄຟໄໝ້ ທີ່ສ້າງຄວາມເສຍຫາຍທາງດ້ານ ຊັບສິນ, ຊີວິດ ແລະ ສຸຂະພາບ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພ້ອມທັງ ໄດ້ອະທິບາຍຄວາມຮູ້ພື້ນຖານຂອງການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ-ໄຟໄໝ້, ການເອົາຕົວລອດຈາກເຫດການໄຟໄໝ້ ເຊັ່ນ: ເວລາເກີດເຫດໄຟໄໝ້ໃຫ້ກົດປຸ່ມສັນຍານເຕືອນໄພ ຫຼື ຮ້ອງຂື້ນເພື່ອໃຫ້ທຸກຄົນໄດ້ຮັບຮູ້ວ່າເກີດອັກຄີໄພ ແລ້ວໂທແຈ້ງເຈົ້າໜ້າທີ່ດັບເພີງຢ່າງຮີບດ່ວນ ໂດຍບອກສະຖານທີ່ເກີດເຫດ, ບ້ານ, ເມືອງ, ແຂວງ ໃຫ້ລະອຽດ, ຈາກນັ້ນ ໃຫ້ງັບກົງເຕີ ເພື່ອຕັດກະແສໄຟຟ້າລົງ ແລະ ໂທຫາເຈົ້າໜ້າທີ່ໄຟ້ຟ້າ ທີ່ຢູ່ໃກ້ມາກວດກາ ເພື່ອສະກັດກັ້ນບໍ່ໃຫ້ເກີດໄຟຟ້າຊັອດ ທີ່ອາດຈະເປັນອັນຕະລາຍ ຕໍ່ເຈົ້າໜ້າທີ່ກູ້ໄພ ຫຼື ຜູ້ປະສົບໄພ, ໃຊ້ອຸປະກອນບັ້ງມອດໄຟສີດໃສ່ຈຸດເກີດໄຟໄໝ້ ໄລຍະປະມານ 3-5 ແມັດ, ສໍາລັບການກອບກູ້ຊີວິດ ແລະ ຊັບສິນ ເຮົາຄວນຮີບຮ້ອນນໍາເອົາຊັບສິ່ງຂອງທີ່ມີຄ່າ ແລະ ຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດໄຟໄໝ້ໂດຍໄວ, ແຕ່ງຕັ້ງຄົນຮັບຜິດຊອບເວນຍາມປ້ອງກັນເຄື່ອງຂອງຕ່າງໆ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ສວຍໂອກາດມາລັກເອົາຊັບສິນໄປໄດ້, ຈາກນັ້ນ ກໍ່ໄດ້ແນະນຳວິທີໃຊ້ອຸປະກອນມອດໄຟໃນເບື້ອງຕົ້ນເຊັ່ນ: ການນໍາໃຊ້ບັ້ງມອດໄຟ, ຜົງເຄມີແຫ້ງ, ການນຳໃຊ້ນ້ຳມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ, ພ້ອມທັງອະທິບາຍເຖິງການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.
ຈຸດປະສົງການລົງໂຄສະນາເຜີຍແຜ່ການສະກັດກັ້ນ ແລະ ຕ້ານອັກຄີໄພ ໃນຄັ້ງນີ້ກໍ່ເພື່ອເປັນການປົກປັກຮັກສາຊັບສິນ ຂອງພັກ-ລັດ ບຸກຄົນ, ນິຕິບຸກຄົນກໍ່ຄື ຊັບສິນ, ຊິວິດສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ທັງເປັນການປ້ອງກັນ, ສະກັດກັ້ນການເກີດອັກຄີໄພ ໄຟໄໝ້ບໍ່ໃຫ້ເກີດຂື້ນ ແນ່ໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບໃນສັງຄົມ.
ຈາກນັ້ນ, ກໍ່ໄດ້ມີການສາທິດການນໍາໃຊ້ອຸປະກອນການມອດໄຟຂັ້ນເບື້ອງຕົ້ນໃຫ້ກັບພະນັກງານພາຍໃນບໍລິສັດດັ່ງກ່າວໄດ້ຮັບຊົມ ແລະ ໄດ້ປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ ເພື່ອເປັນຄວາມຮູ້ພື້ນຖານໃນ ໃນການສະກັດກັ້ນ ແລະ ຕ້ານອັກຄີໄພທີ່ອາດຈະເກີດຂື້ນ.
Editor: ປກສ ແຂວງບໍລິຄຳໄຊ