ກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູຄູນ ເປີດກວ້າງ ຄັ້ງທີ 5 ສະໄໝທີ 3 ໄດ້ສໍາເລັດລົງຢ່ຢ່າງຈົບງາມ ໃນອາທິດຜ່ານມາ ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ ຢູ່ທີ່ສະໂມສອນໃຫ່ຍຂອງເມືອງ ໂດຍການເປັນປະທານຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງ ເມືອງພູຄູນ ມີຄະນະປະຈໍາ, ກຳມະການພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກບ້ານພາຍໃນເມືອງເຂົ້າຮ່ວມ ຈໍານວນ 87 ທ່ານ, ຍິງ 8 ທ່ານ,
ຜູ້ເຂົ້າຮ່ວມກອງປະຊຸມຮັບຟັງ ແລະ ໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 1 ປີຜ່ານມາ ແລະ ກຳນົດທິດທາງຈຸດສຸມ ປີ 2018 , ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ຄະນະພັກແຕ່ລະຂັ້ນຍາດມາໄດ້ຕະຫຼອດໄລຍະ 1 ປີຜ່ານມາ ແລະ ບົດຮຽນທີ່ເປັນຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ໃນໄລຍະ 1 ປີຜ່ານມາ.
ເມືອງພູຄູນ ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນືອງໃນລະດັບ 9% ລວມລາຍຮັບພາຍໃນເມືອງໄດ້ 287,03 ຕືກີບ ທຽບໃສ່ແຜນການປີປະຕິບັດໄດ້ 99,22%, ການລົງທຶນຈາກພາກສວນຕ່າງໆທັງໝົດ 73 ໂຄງການ ລວມມູນຄ່າ 52 ພັນ 246 ລ້ານກີບ ນອກນີ້ ຍັງເລັ່ງໃສ່ການຊຸກຍູ້ສົງເສີມການຜະລິດເປັນສິນຄ້າ ເພື່ອຍົກຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ ມາເຖິງປະຈຸບັນຍັງມີປະຊາຊົນທຸກຍາກ ທັງໝົດ 110 ຄອບຄົວ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 3 ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ບັນລຸຕາມລະດັບຄາດໝາຍໃນປີ 2018 ນີ້ ກອງປະຊຸມໃນຄັ້ງນີ້ ໄດ້ເປັນເອກະພາບຮັບຮອງເອົາບັນດາວຽກງານຈຸດສຸມແຕ່ລະດ້ານເປັນຕົ້ນແມ່ນ: ການແຕ່ງຕັ້ງຄະນະກຳມະການຂັ້ນເມືອງລົງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການລົງກໍ່ສ້າງຮາກຖານການເມືອງ, ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ວຽກງານອື່ນໆອີກຈຳນວນໜຶ່ງ.
Editor: ນັກຂ່າວເມືອງພູຄູນ