ໃນທ້າຍອາທິດຜ່ານມານີ້; ກອງປະຊຸມບັ້ນດໍາເນີນຊິວິດການເມືອງ ພາຍໃນຄະນະບໍລິຫານຊາວໝຸ່ມປະຊາຊົນ ປະຕິວັດລາວ ຂອງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນ ໂດຍການເປັນປະທານສະຫາຍ ບຸນແກດ ຫອມພະມາໄລ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີສະຫາຍ ຄໍາຕູນ ສົມສະນິດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມປະຊາຊົນ ປະຕິວັດລາວແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ, ມີບັນດາສະຫາຍຮາກຖານ ແລະ ເລຂາໝ່ວຍຊາວໝຸ່ມທົ່ວເມືອງ ອາດສະພັງທອງ ເຂົ້າຮ່ວມ.
ເນື່ອງໃນໂອກາດດັ່ງກ່າວນີ້; ສະຫາຍ ສົມພິດ ພຸດທະວົງ ເລຂາຄະນະບໍລິຫານງານຊາວໝຸ່ມປະຊາຊົນ ປະຕິວັດລາວ ກໍ່ໄດ້ສັງເຂບຕີລາຄາຄືນບັນດາຜົນງານທີ່ພົ້ນເດັ່ນ ທີ່ຄະນະບໍລິຫານງານຊາວໝຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ VII ນັບແຕ່ປີ 2013 ເປັນຕົ້ນມາຄື: ຄະນະຊາວໝຸ່ມເມືອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກຊາວໝຸ່ມ-ໄວໝຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຢ່າງຕໍ່ເນືອງ ໂດຍຕິດພັນກັບແນວທາງນະໂຍບາຍຂອງພັກ-ລັດ ກັບ ວຽກວິຊາການສະເພາະຊາວໝຸ່ມ ແລະ ເຍົາວະຊົນໃຫ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດເພື່ອພ້ອມກັນປະກອບສ່ວນເຂົ້າໃນແຕ່ລະຂົງເຂດວຽກງານ ເຊັ່ນ: ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານກໍ່ສ້າງພື້ນຖານເສດຖະກິດ, ວັດຖະນະທໍາ-ສັງຄົມ ໂດຍຕິດພັນກັບຂະບວນຕ່າງໆທີ່ແທ້ຈິງ. ເປັນຕົ້ນກໍ່ແມ່ນການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ຜ່ານມາໄດ້ປະກາດບ້ານເປັນບ້ານ 4 ບຸກ ໄດ້ 32 ບ້ານ ເທົ່າກັບ 80% ຈໍານວນບ້ານທັງໝົດໃນທົ່ວເມືອງ, ໂຮງຮຽນໄດ້ 36 ໜ່ວຍ ເທົ່າກັບ 83,72% ແລະ ທັງຫ້ອງການ ໄດ້ 17 ໜ່ວຍເທົ່າກັບ 100%, ຮາກຖານໄດ້ 6 ຮາກຖານເທົ່າກັບ 75% ຂອງຮາກຖານທັງໝົດ, ຈາກນັ້ນ ໃນກອງປະຊຸມເປີດບັນດາດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຄັ້ງນີ້ ກໍ່ໄດ້ທາບທາມເອົາບຸກຄະລາກອນປະກອບເຂົ້າໂຄງປະກອບຄະນະບໍລິຫານງານຊາວໝຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ VIII ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້, ໃຫ້ໄດ້ບຸກຄົນທີ່ດີ ມີຄຸນສົມບັດ, ສິນທໍາປະຕິວັດ ແລະ ມີທັດສະນະມະຫາຊົນຢ່າງກວ້າງຂວາງ, ມີມະນຸດສໍາພັນດີ, ມີວິໄສທັດກວ້າງຂວາງ.
Editor: ນັກຂ່າວເມືອງອາດສະພັງທອງ