ພິທີປີດ ການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ 08
- Details
- ທະວີສັກ ໃບລາສີ
- Category: Politic
- Hits: 689

ໃນວັນທີ 29 ພຶດສະພາ ທີ່ຜ່ານມາ ຢູ່ທີ່ບ້ານ ຫລັງຄັງ, ເມືອງ ບົວລະພາ, ແຂວງຄໍາມ່ວນ ໄດ້ຈັດພິທີປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ພ້ອມທັງ ມອບປະກາສະນີຍະບັດ ກົດໝາຍຊັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ 08 ສົກປີ 2017-2018, ໂດຍການເຂົ້າຮ່ວມຂອງທ່ານ ຄໍາເພົ່າ ທອງເທພາຮັກ ເຈົ້າເມືອງໆບົວລະພາ, ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກ ຍຸຕິທໍາແຂວງ, ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ພະນັກງານວິຊາການ ອຳນາດການປົກຄອງບ້ານ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຸດທີ 8 ເຂົ້າຮ່ວມ...
ໜູຂີ ທຳລາຍເຂົ້າໄຮ່ປະຊາຊົນ 3 ບ້ານ ຢູ່ເມືອງຫົງສາ ເສຍຫາຍ 170 ເຮັກຕາ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 425

ອ້າງອີງຕາມລາຍງານຂອງປະຊາຊົນ 3 ບ້ານຄື: ບ້ານພູແລ້ງໃຕ້, ບ້ານພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນຕົ້ນເດືອນພຶດສະພາ ໜູຂີໄດ້ລະບາດ ແລະ ທໍາລາຍ (ກັດ) ເຂົ້າໄຮ່ຂອງປະຊາຊົນ 3 ບ້ານດັ່ງກ່າວເສຍຫາຍ 170 ເຮັກຕາ ຂອງເນື້ອທີ່ໄຮ່ທັງໝົດ 356 ກວ່າເຮັກຕາ, ສ່ວນມູນຄ່າການເສຍຫາຍ ຍັງຢູ່ໃນຂັ້ນຕອນປະເມີນ ແລະ ລົງສໍາຫລວດຜົນເສຍຫາຍຕົວຈິງ. ..ຕໍ່ກັບບັນຫາດັ່ງກ່າວ, ອໍານາດການປົກຄອງ ແຕ່ລະບ້ານກໍໄດ້ລະດົມພໍ່ແມ່ປະຊາຊົນສະກັດກັ້ນ ດ້ວຍການໃສ່ກະແຕບ, ໃຊ້ໜ້າເກັກຍິງ ໃນຕອນກາງຄືນ, ຂຸດຂຸມກັບດັກ ແລະ...
ເມືອງໂພນທອງ ປະກາດ 3 ບ້ານ ກຸ່ມນາຊ່ອນ ເປັນບ້ານປະຕິບັດສິດສະເໜີພາບຍິງ-ຊາຍ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 482

ໃນລະຫວ່າງວັນທີ່ 23-24 ພຶດສະພານີ້ ຢູ່ກຸ່ມນາຊອນ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດພິທີປະກາດຮັບຮອງບ້ານ ແລະ ຄອບຄົວປະຕິບັດສິດສະເໜີພາບຍິງ-ຊາຍ, ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວຕໍ່ແມ່ຍິງ ແລະເດັກນ້ອຍ ໂດຍມີ ທ່ານ ນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ, ພ້ອມດ້ວຍ ເລຂາຄະນະພັກຮາກຖານກຸ່ມ, ອົງການຈັດຕັ້ງບ້ານ ບ້ານນາຫຼວງ, ບ້ານນາຊອນ ແລະ ບ້ານປຸ່ງຮ້ອນ ຕະຫຼອດຮອດ ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ..ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼູບ ການຮັບຮອງປະກາດບ້ານ ...
ຄະນະຜູ້ແທນແນວໂຮມ ສສ ຫວຽດນາມ ລົງຢ້ຽມຢາມຫໍສີລາຈາລືກສາຍສຳພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 410

ເພື່ອລະນຶກເຖີງສາຍສຳພັນລາວ-ຫວຽດນາມ ໃນເມື່ອກ່ອນ ກໍ່ຄືປະຈຸບັນ ໃນວັນທີ 30 ພຶດສະພາ 2018 ຄະນະຜູ້ແທນແນວໂຮມ ສສ ຫວຽດນາມ ລົງຢ້ຽມຢາມຫໍສີລາຈາລືກສາຍສຳພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ ໃຫ້ການຕ້ອນຮັບໃນຄັ້ງນີ້ໂດຍແມ່ນທ່ານ ເສດໄຊ ວິໄລໄຟ, ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆ ທຸລະຄົມ, ພ້ອມທັງຄະນະ, ມີຮອງປະທານແນວລາວສ້າງຊາດແຂວງ, ປະທານແນວລາວສ້າງຊາດເມືອງ, ມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ..ໃນພິທີດັ່ງກ່າວທ່ານ...
ຈັດກອງປະຊຸມປືກສາຫາລື ການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ V
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 463

ຕອນເຊົ້າວັນທີ 28 ພຶດສະພາ 2018 ນີ້ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ ໄດ້ໄຂກອງປະຊຸມປືກສາຫາລືແກ້ໄຂບັນຫາຂໍ້ຄົງຄ້າງໃນການດຳເນີນຄະດີຕາມຂະບວນຍຸຕິທຳ ທີ່ແຕ່ລະພາກສ່ວນໄດ້ສະເໜີຕໍ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ລັດຖະມົນຕີກະຊວງຍຸຕິທຳ, ເພື່ອໃຫ້ທຸກພາກສ່ວນຮັບຮູ້ເຂົ້າໃຈກ່ຽວກັບບັນຫາຂໍ້ຄົງຄ້າງຕ່າງໆ, ໂດຍການເປັນປະທານຂອງ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການ ແຂວງບໍລິຄຳໄຊ, ມີກອງບັນຊາການ ປກສ...
ສຳນັກງານປະທານປະເທດ ປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ.
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 484

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ຫມູນວຽນມາອີກວາລະຫນຶ່ງ ສະນັ້ນ, ຫ້ອງວ່າການສໍານັກງານປະທານປະເທດ ຈຶ່ງໄດ້ຈັດພິທີປູກຕົ້ນໄມ້ຂື້ນ, ທັງນີ້ ກໍ່ເພື່ອເປັນການເຮັດໃຫ້ທິວທັດພາຍໃນ ສຳນັກງານປະທານປະເທດ ປົກຫຸ່ມດ້ວຍສີຂຽວ ມີສະເຫນ່ ແລະ ສີວິໄລ ເພື່ອເປັນການປົກປັກຮັກສາພັນໄມ້ທີ່ມີຄຸນຄ່າ ແລະ ຫາເບິ່ງໄດ້ຢາກ ໃຫ້ຄົນຮຸ່ນຫລັງ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມທຳນຽບປະທານປະເທດ ໄດ້ເບິ່ງໄດ້ຊົມ ໃຫ້ສົມກັບເປັນສະຖານທີ່ເຮັດວຽກ ແລະ ຮັບແຂກປະມຸກລັດຂອງການນຳສູງສຸດຂອງປະເທດ. ..
ກອງປະຊຸມເຊື່ອມຊືມ ເອກະສານ ທີ່ຕິດພັນກັບວຽກງານ ແມ່ ແລະ ເດັກ.
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 679

ໃນຕອນເຊົ້າມື້ນີ້ວັນທີ 31 ພຶດສະພາ 2018 ຢູ່ທີ່ສະໂມສອນ ເມືອງ ບົວລະພາ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຊື່ອມຊຶມ ເອກະສານ ທີ່ຕິດພັນກັບວຽກງານ ແມ່ ແລະ ເດັກ ໂດຍການເປັນປະທານຂອງທ່ານ ທອງສຸກ ຫັດຕະນາກ ປະທານກວດກາພັກ-ລັດເມືອງ, ມີບັນດາ ຄະນະປະຈໍາພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການເຂົ້າຮ່ວມ ທັງໝົດ 68 ທ່ານ, ຍິງ 54 ທ່ານ. ..ທ່ານ ທອງສຸກ ຫັດຕະນາກ ໄດ້ຜ່ານເອກະສານ ຂອງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ...
MC Corner
ສຸດທິພອນ ຜາຟອງ (ປ້ອມ)
Soudthipone Phafong (Pom)
ສຽວຜິງ ໄຊຍະລິນ (ສຽວຜິງ)
Siewphing Xyyalinh (Siewphing)
ຄຳບາງ ຄູນລືຊາ (ຄຳບາງ)
Khambang KoonLuexa (Khambang)
ສຸຈິນດາ ປ້ອງວົງແກ້ວ (ລີ)
Suchinda Pongvongkeo (Lee)
ສຸດາພອນ ສີຊົມຊື່ນ (ຫຍຸຍ)
Sudapone Sixomxeon (Yuii)
ລັດດາວັນ ຂຸນທະວົງ (ປູເປ້)
Laddavanh Khounthavong (Poupay)
ວິໄລລັກ ອຸ່ນນະລາດ (ນ້ຳຝົນ)
Vilailak Ounnalad (Namfon)
ຄຳພູວັນ ໄຊຊະນະລິນທອງ (ກຸ້ງນາງ)
Khamphuvanh Xaixanalinthong (Koungnang)
ເຈນນີ້ ທອງວິໄລ (ເຈນນີ້)
Jenny Thongvilai (Jenny)
ແກ້ວພິລາ ຫອມສົມບັດ (ແກ້ວ)
Keophila Homsombad (Keo)
ສຸລິຍັນ ຍັງນຸວົງ (ກິນ້ອຍ)
Suliyun Youngnuvong (Kinoy)
ສຸກສະຫວັນ ນາມວົງຍົດ (ດຸກດິກ)
Souksawanh Namvongyod (Dookdik)
ອິນປອນ ຄຳພູມີ (ກິນ້ອຍ)
Inpone Khamphoumee (Kinoy)
ພຸດດາມອນ ຈັນທະລາສີ (ຈ່ອຍ)
Phouthdamone Chanthalasi (Joii)
ທິນນະລັດ ພີມປະເສີດ (ມ໋ອດ)
Thinnalat Phimpasert (Mos)
ບຸດສະດີ ເສີມວົງໄຊ (ຕຸ໊ກຕາ)
Boudsadee Sermvongxai (Tookta)
ນັດ ພົງສະຫວັນ (ນັດຕີ້)
Nat Phongsavanh (Bobby)
[icesocial mode="facebook_fanpage" width="348" height="250" name="laostartv.la"]
ສາມາດຕິດຕາມຂ່າວການເຄື່ອນໄຫວຕ່າງໆຜ່ານທາງ Social ຕ່າງໆອີກເພີ່ມຕື່ມ!!.
Who's Online
We have 176 guests and no members online

