ໃນລະຫວ່າງວັນທີ່ 23-24 ພຶດສະພານີ້ ຢູ່ກຸ່ມນາຊອນ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດພິທີປະກາດຮັບຮອງບ້ານ ແລະ ຄອບຄົວປະຕິບັດສິດສະເໜີພາບຍິງ-ຊາຍ, ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວຕໍ່ແມ່ຍິງ ແລະເດັກນ້ອຍ ໂດຍມີ ທ່ານ ນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ, ພ້ອມດ້ວຍ ເລຂາຄະນະພັກຮາກຖານກຸ່ມ, ອົງການຈັດຕັ້ງບ້ານ ບ້ານນາຫຼວງ, ບ້ານນາຊອນ ແລະ ບ້ານປຸ່ງຮ້ອນ ຕະຫຼອດຮອດ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼູບ ການຮັບຮອງປະກາດບ້ານ ແລະ ຄອບຄົວປະຕິບັດສິດສະເຫມີພາບຍິງ-ຊາຍ, ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວຕໍ່ແມ່ຍິງ ແລະ ເດັກນ້ອຍ ຂອງບ້ານນາຫຼວງ, ບ້ານນາຊອນ ແລະ ບ້ານປຸ່ງຮ້ອນ ກຸ່ມນາຊອນ ເມືອງໂພນທອງ, ທັງສາມບ້ານມີ ທັງໝົດ 429 ຄອບຄົວ, ພົນລະເມືອງ 895 ຄົນ,ຍິງ 386 ຄົນ, ປະກອບມີ: ເຜົ່າກື່ມມຸ ແລະ ເຜົ່າລາວລຸ່ມ, ອາຊີບຕົ້ນຕໍຂອງປະຊາຊົນສວ່ນໃຫ່ຍ ການປູກຝັງ ແລະລ້ຽງສັດ, ຮອງລົງມາແມ່ນການບໍລິການຄ້າຂາຍ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ ນັບດີຂື້ນເລື້ອຍໆ, ຜ່ານມາອົງການປົກຄອງບ້ານ ໄດ້ເອົາໃຈໃສ່ປະຕິບັດຕາມເນື້ອໃນເອກະສານ ບົດບາດຍິງ-ຊາຍ ແລະ 6 ມາດຖານການພັດທະນາ, ຜ່ານການປະເມີນຕົວຈິງມີ 739 ຄອບຄົວ ເທົ່າກັບ 95% ທີ່ປະຕິບັດສິດສະເໝີພາບຍິງ-ຊາຍ ປາສະຈາກການໃຊ້ຄວາມຮຸນແຮງ ຕໍແມ່ຍິງ ແລະ ເດັກນ້ອຍ ໃນຄອບຄົວ, ທີ່ຖືກຕ້ອງຕາມ 5 ມາດຖານເງື່ອນໄຂ ຂອງໜ່ວຍງານສົ່ງເສີມຄວາມກ້າວໜ້າແມ່ຍິງເມືອງວາງອອກ, ເພຶ່ອຢັ້ງຢືນເຖິງຜົນສຳເລັດດັ່ງກ່າວນັ້ນ ທ່ານຮອງເຈົ້າເມືອງເມືອງໂພນທອງ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານ ທີ່ປະຕິບັດສະເໜີພາບຍິງ-ຊາຍ, ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງອົງການຈັດຕັ້ງບ້ານ ແລະ ປະຊາຊົນຍາດໄດ້ ທັງເນັ້ນໜັກ ໃຫ້ສືບຕໍ່ ເອົາໃຈໃສ່ປົກປັກຮັກສານາມມະຍົດຂອງບ້ານ ແລະ ຄອບຄົວ ທີ່ໄດ້ແລ້ວໃຫ້ຄົງຄຸນຄ່າ, ສືບຕໍ່ສ້າງຄອບຄົວທີ່ຍັງຄ້າງ ໃຫ້ໄດ້ໃນປີຕໍ່ໄປ ແລະ ເອົາໃຈໃສ່ເຮັດໃຫ້ບ້ານ ມີສະຖຽນລະພາບທາງດ້ານການເມືອງ, ຄອບຄົບມີຄວາມສະຫົງບ ເພຶ່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາບ້ານ ໃຫ້ມີບາດກ້າວຂະຫຍາຍຕົວ ນຳພາບ້ານ ແລະ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຈາກນັ້ນ ໄດ້ພ້ອມກັນເປີດປ້າຍ ບ້ານປະຕິບັດສະເໜີພາບ ລະຫວ່າງ ຍິງ-ຊາຍ ໃຫ້ແກ່ 3 ບ້ານຢ່າງສົມກຽດ.
Editor: ເມືອງໂພນທອງ