ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ຫມູນວຽນມາອີກວາລະຫນຶ່ງ ສະນັ້ນ, ຫ້ອງວ່າການສໍານັກງານປະທານປະເທດ ຈຶ່ງໄດ້ຈັດພິທີປູກຕົ້ນໄມ້ຂື້ນ, ທັງນີ້ ກໍ່ເພື່ອເປັນການເຮັດໃຫ້ທິວທັດພາຍໃນ ສຳນັກງານປະທານປະເທດ ປົກຫຸ່ມດ້ວຍສີຂຽວ ມີສະເຫນ່ ແລະ ສີວິໄລ ເພື່ອເປັນການປົກປັກຮັກສາພັນໄມ້ທີ່ມີຄຸນຄ່າ ແລະ ຫາເບິ່ງໄດ້ຢາກ ໃຫ້ຄົນຮຸ່ນຫລັງ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມທຳນຽບປະທານປະເທດ ໄດ້ເບິ່ງໄດ້ຊົມ ໃຫ້ສົມກັບເປັນສະຖານທີ່ເຮັດວຽກ ແລະ ຮັບແຂກປະມຸກລັດຂອງການນຳສູງສຸດຂອງປະເທດ.
ຊຶ່ງພິທີປູກຕົ້ນໄມ້ດັ່ງກ່າວ ແມ່ນໄດ້ຈັດຂື້ນໃນວັນທີ 29 ພຶດສະພາ 2018 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ພ້ອມດ້ວຍພະນັກງານພາຍໃນສໍານັກງານປະທານປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
Editor: ຂ່າວສານປະເທດລາວ