ເພື່ອລະນຶກເຖີງສາຍສຳພັນລາວ-ຫວຽດນາມ ໃນເມື່ອກ່ອນ ກໍ່ຄືປະຈຸບັນ ໃນວັນທີ 30 ພຶດສະພາ 2018 ຄະນະຜູ້ແທນແນວໂຮມ ສສ ຫວຽດນາມ ລົງຢ້ຽມຢາມຫໍສີລາຈາລືກສາຍສຳພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ ໃຫ້ການຕ້ອນຮັບໃນຄັ້ງນີ້ໂດຍແມ່ນທ່ານ ເສດໄຊ ວິໄລໄຟ, ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆ ທຸລະຄົມ, ພ້ອມທັງຄະນະ, ມີຮອງປະທານແນວລາວສ້າງຊາດແຂວງ, ປະທານແນວລາວສ້າງຊາດເມືອງ, ມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານ ພັນໂທ ໂຊນີ ອຸດົມສັກ ປະທານສະຫະພັນ ນັກຮົບເກົ່າເມືອງທຸລະຄົມ ໄດ້ໃຫ້ກຽດຂື້ນເລົ່າປະຫວັດຄວາມເປັນມາຂອງການສ້າງຫໍສີລາຈາລຶກສາຍພົວພັນສູ້ຮົບລະຫວ່າງ ລາວ-ຫວຽດນາມ ທີ່ມີຈິດໃຈໜື່ງດຽວພ້ອມກັນສູ້ຮົບເສຍສະຫລະເລືອດເນື້ຶອເພື່ອປະຊາຊົນໃນສະໄໝກ່ອນ ການມາໃນຄັ້ງນີ້ໂດຍພາຍໃຕ້ການນຳພາຂອງທ່ານ ເຮົ່າ ອາ ເລັ່ງ ກຳມະການສູນກາງພັກ, ເລຂາທິການ ຮອງປະທານ ແນວໂຮມປະເທດຊາດ ຫວຽດນາມ ພ້ອມຄະນະ 7 ທ່ານ, ຍິງ 1 ທ່ານ
ໃນພິທີແມ່ນໄດ້ຈຸດທູບບູຊາ ແລະ ວາງພວງມາລາ ເພື່ອລະນຶກເຖີງບຸນຄຸນແກ່ນັກຮົບ ລາວ-ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບເມືອງທຸລະຄົມໃນສະໄໝຕໍ່ສູ້ກູ້ຊາດຕ້ານພວກລາເມືອງຂື້ນແບບເກົ່າ ແລະ ແບບ ໃໝ່ໃນຊຸມປີ 1945 – 1946 ເຊີ່ງເມື່ອກ່ອນເອີ້ນວ່າກອງພັນ ແປດສິບສາມ 83 ເປັນກອງພັນປະສົມທະຫານ ລາວ-ຫວຽດນາມ ທີ່ຈັດຕັ້ງຂື້ນຢູ່ນະຄອນຫລວງວຽງວຽງຈັນ ຈາກນັ້ນກໍ່ໄດ້ມາຕໍ່ສູ້ຢູ່ສະໜາມຮົບບ້ານເກິນ, ເມືອງທຸລະຄົມ ພາຍຫລັງສູ້ຮົບມີທະຫານລາວເສຍຊີວິດ 2 ສະຫາຍ, ທະຫານຫວຽດນາມ 25 ສະຫາຍ, ທະຫານຍີ່ປຸ່ນ 1 ສະຫາຍ ແລະ ທະຫານຝຮັ່ງ 42 ສະຫາຍ ຈາກນັ້ນ ພໍ່ແມ່ປະຊາຊົນຢູ່ເຂດບ້ານເກິນກາງ ແລະ ບ້ານອ້ອມຂ້າງຈື່ງໄດ້ຮີບໂຮມເອົາທະຫານທີ່ເສຍຊີວິດຈຳນວນ 76 ສະຫາຍໃສ່ ກວຽນແລ້ວຖອກລົງນໍ້າສ້າງຢູ່ຄຸ້ມໂຮງຮຽນປະຖົມບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ຕົກມາຮອດປີ 2011 ການນໍາທັງສອງປະເທດຄື ລາວ-ຫວຽດນາມ ຈື່ງໄດ້ສ້າງຫໍສີລາລຶກສາຍສຳພັນສູ້ຮົບລະຫວ່າງ ລາວ-ຫວຽດນາມ ຂື້ນ ເພື່ອເປັນອານຸສອນສະຖານໄວ້ໃຫ້ແກ່ຄົນລຸ້ນໃໝ່ໄດ້ຮັບຮູ້ ແລະ ເປັນບົດຮຽນອັນລ້ຳຄ່າ ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ວິລະບູລຸດດັ່ງກ່າວ ພ້ອມກັນປະກອບສ່ວນປົກປັກຮັກສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕໍ່ໄປ.
ຕອນທ້າຍພິທີ ເຮົ່າ ອາ ເລັ່ງ ກຳມະການສູນກາງພັກ, ເລຂາທິການ ຮອງປະທານ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕາງໜ້າຄະນະຂື້ນມອບຂອງທີ່ລະນຶກໃຫ້ກັບທ່ານ ພັນໂທ ໂຊນີ ອຸດົມສັກ ປະທານສະຫະພັນ ນັກຮົບເກົ່າເມືອງທຸລະຄົມ ເພື່ອເປັນຄວາມສາມັກຄີລະຫວ່າງ ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະກໍ່ຄືເມືອງທຸລະຄົມ, ແຂວງວຽງຈັນ ໃຫ້ມີຄວາມຮັກແກ່ນແໜ້ນແຟ້ນກັນຕື່ມອີກ.
Editor: ນັກຂ່າວເມືອງທຸລະຄົມ