ຕອນເຊົ້າວັນທີ 28 ພຶດສະພາ 2018 ນີ້ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ ໄດ້ໄຂກອງປະຊຸມປືກສາຫາລືແກ້ໄຂບັນຫາຂໍ້ຄົງຄ້າງໃນການດຳເນີນຄະດີຕາມຂະບວນຍຸຕິທຳ ທີ່ແຕ່ລະພາກສ່ວນໄດ້ສະເໜີຕໍ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ລັດຖະມົນຕີກະຊວງຍຸຕິທຳ, ເພື່ອໃຫ້ທຸກພາກສ່ວນຮັບຮູ້ເຂົ້າໃຈກ່ຽວກັບບັນຫາຂໍ້ຄົງຄ້າງຕ່າງໆ, ໂດຍການເປັນປະທານຂອງ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການ ແຂວງບໍລິຄຳໄຊ, ມີກອງບັນຊາການ ປກສ ແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທຳ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນທີ່ປະຊຸມທ່ານ ທອງໃບ ພຽນວົງ ໄດ້ຜ່ານເອກະສານທີ່ສຳຄັນເຊັ່ນ: 1. ການດຳເນີນຄະດີ ຂອງອົງການສືບສວນ-ສອບສ່ວນ ກະຊວງປ້ອງກັນຄວາມສະຫງົບ, 2. ການດໍາເນີນຄະດີ ແລະ ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ, 3. ການດໍາເນີນຄະດີຂອງສານປະຊາຊົນ, 4. ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ກະຊວງຍຸຕິທໍາ. ທ່ານຍັງໄດ້ຍົກໃຫ້ເຫັນບັນຫາລວມທີ່ຈະໄດ້ແກ້ໄຂເຊັ່ນ: ໃນກໍລະນີຂອງກາງຄະດີທຸກປະເພດ ເຊິ່ງສານໄດ້ຕັດສິນສົ່ງຄືນນັ້ນ ພາຍຫຼັງຄຳຕັດສິນໃຊ້ໄດ້ຢ່າງເດັດຂາດ, ແລ້ວໃຫ້ພາກສ່ວນທີ່ຮັກສາຂອງກາງ ປະສານສົມທົບກັບອົງການຈັດຕັງປະຕິບັດຄຳຕັດສິນຂອງສານໃນເວລາສົ່ງຄືນ, ປະເພດຂອງກາງໃນຄະດີຢາເສບຕິດ ແລະ ຂອງກາງໃນຄະດີອາຍາປະເພດອື່ນນັ້ນ ພາຍຫຼັງຄຳຕັດສີນໃຊ້ໄດ້ຢ່າງເດັດຂາດໃຫ້ພາກສ່ວນຄຸ້ມຄອງຮັກສາຂອງກາງ, ສົງບັນຊີຊັບສີນມາອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ເພື່ອບັນທືກການມອບຊັບສີນທີ່ຖືກຮີບຕາມຄຳຕັດສີນ ແລ້ວໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສົ່ງຂໍ້ມູນດັ່ງກ່າວໃຫ້ຂະແໜງການຊັບສິນຂອງລັດ ຂື້ນບັນຊີຕາມຄຳສັງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ, ລົງວັນທີ 05 ເມສາ 2017 ວ່າດ້ວຍການຂື້ນບັນຊີເຕົ້າໂຮມຊັບສີນທີ່ສານຕັດສີນຮີບເປັນຂອງລັດ.
ຕອນທ້າຍບັນດາທ່ານທີ່ເຂົ້າຮ່ວມ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນ ເຊີ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອພ້ອມກັນປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງໃຫ້ໝົດໄປ ແນ່ໃສ່ເຮັດໃຫ້ການດຳເນີນຄະດີມີຄວາມໂປງໃສ ແລະ ຍຸຕິທຳ.
Editor: ປກສ ແຂວງບໍລິຄຳໄຊ