ໃນຕອນເຊົ້າມື້ນີ້ວັນທີ 31 ພຶດສະພາ 2018 ຢູ່ທີ່ສະໂມສອນ ເມືອງ ບົວລະພາ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຊື່ອມຊຶມ ເອກະສານ ທີ່ຕິດພັນກັບວຽກງານ ແມ່ ແລະ ເດັກ ໂດຍການເປັນປະທານຂອງທ່ານ ທອງສຸກ ຫັດຕະນາກ ປະທານກວດກາພັກ-ລັດເມືອງ, ມີບັນດາ ຄະນະປະຈໍາພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການເຂົ້າຮ່ວມ ທັງໝົດ 68 ທ່ານ, ຍິງ 54 ທ່ານ.
ທ່ານ ທອງສຸກ ຫັດຕະນາກ ໄດ້ຜ່ານເອກະສານ ຂອງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນຕ້ານການໃຊ້ແຮງງານເດັກສາກົນ. ທ່ານ ນາງ ໄລວັນ ດວງສະຫວັນ ປະທານສະຫະພັນແມ່ຍິງເມືອງ ກໍ່ໄດ້ຜ່ານ ເອກະສານ ແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການປ້ອງກັນ ແລະ ລືບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ຍັງໄດ້ຮັບຟັງ ການເຜີຍແຜ່ ບັນດາເອກະສານຕ່າງໆ ເປັນຕົ້ນແມ່ນ ເອກະສານ ປະຫວັດຄວາມເປັນມາ ຂອງວັນສາກົນ ລືບລ້າງການໃຊ້ແຮງງານເດັກ, ເອກະສານ ວິໃສທັດ 2030 ແຜນຍຸດທະສາດ ວຽກ ແມ່ ແລະ ເດັກ 2016-2025, ແຜນດຳເນີນງານວຽກແມ່ ແລະ ເດັກ 2016-2020 ຂອງແຂວງຄໍາມ່ວນ ແລະ ເອກະສານ ປະກົດການຫຍໍ້ທໍ້ຂອງຊາວໝຸ່ມ ອີກດ້ວຍ.
Editor: ນັກຂ່າວເມືອງບົວລະພາ