Economy & Society News |
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 516
ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ຂອງຂະແໜງພາສີ ທົ່ວປະເທດ 11 ເດືອນປີ 2017 ສາມາດເກັບລາຍຮັບໄດ້ 5.693 ຕື້ກີບ, ເທົ່າກັບ 85,61% ຂອງແຜນການປີ 2017. ໃນນັ້ນ, ເກັບລາຍຮັບ ຈາກນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ສິ້ນສ່ວນອາໄຫລ່, ເຄື່ອງກໍ່ສ້າງ ແລະ ຄ່າປັບໄໝ. ສ່ວນແຜນການສູ້ຊົນໝົດປີ ຂະໜງພາສີ ຈະເກັບລາຍຮັບໃຫ້ໄດ້ 6.240 ຕື້ກີບ ເທົ່າກັບ 93,84%, ຖ້າ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 404
ໃນວັນທີ 26 ທັນວາ 2017, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກ ປ່ຽນ “ໂຄງການປັບປຸງຊົນລະປະທານກະສິກຳທ່າງ່ອນ” ມູນຄ່າ 61,4 ຕື້ກວ່າກີບ ຫລື ປະມານ 837 ລ້ານເຢັນ ພາຍໃຕ້ການຊ່ວຍເຫລືອ ເພື່ອການພັດທະນາ ຂອງລັດຖະບານຍີ່ປຸ່ນ ຮ່ວມລົງນາມຄັ້ງນີ້, ໂດຍທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິຄິຮາຣະ ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 432
ທ່ານ ສຸລິວັນ ສະຫວັດທະສິນ, ເຈົ້າເມືອງໆປາກເຊ, ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການສ້າງໃຫ້ຕົວເມືອງປາກເຊ ກາຍເປັນນະຄອນ ແມ່ນໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ ເພື່ອຮັບປະກັນເຮັດໃຫ້ຕົວເມືອງກໍ່ຄືນະຄອນ ມີຄວາມສີວິໄລ ເຊິ່ງໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂຢ່າງຄົບຖ້ວນ ຄື: ຕ້ອງມີພົນລະເມືອງແຕ່່ 60 ພັນຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງມີ 25 ພັນຄົນຂຶ້ນໄປ;...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 359
ທ່ານ ສົມຫວັງ ນິນທະວົງ, ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດເຜີຍ ວ່າ: ງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ຄັ້ງນີ້ ຄາດວ່າຈະມີຜູ້ມາທ່ຽວຊົມ ທີ່ເປັນຄົນລາວບໍ່ຫລຸດ 2 ຫມື່ນຄົນ ສ່ວນຄົນຕ່າງປະເທດ ຈະປະສານກັບສະມາຄົມທຸລະກິດທ່ອງທ່ຽວ ສ້າງກິດຈະກຳ ແລະ ລາຍການທ່ອງທ່ຽວລາວ ໂດຍໃຫ້ກຸ່ມນັກທ່ອງທ່ຽວມາຢ້ຽມຊົມສິນຄ້າທີ່ເຮັດ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 401
ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ ຊາວກະສິກອນທົ່ວປະເທດເກັບກ່ຽວເຂົ້ານາປີສຳເລັດ 100% ໃນເນື້ອທີ່ຕົວຈີງ 788,470 ເຮັກຕາ, ສະມັດຕະພາບ 4.30 ໂຕນຕໍ່ເຮັກຕາ, ຜົນຜະລິດ 3,518 ໂຕນ . .. ມາເຖິງປັດຈຸບັນຊາວກະສິກອນຫຼາຍທ້ອງຖິ່ນຕ່າງໆທົ່ວປະເທດ, ບ່ອນທີ່ມີເງື່ອນໄຂໄດ້ເລີ່ມກະກຽມດິນ ແລະ ຕົກກ້າໃຫ້ແກ່ການຜະລິດເຂົ້ານາແຊງປີ 2018 ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 475
ຈາກທີ່ຜູ້ສືຂ່າວລາຍການເມືອງລາວວັນນີ້ພວກເຮົາ ແລະ ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັັດສັນຕະຫລາດລາວ-ອົດຊີ ຂາຍຍົກ ແລະ ຂາຍຍ່ອຍ ທີ່ໃຫຍ່ທີ່ສຸດໃນນະຄອນຫລວງວຽງຈັນ ພ້ອມທັງມີມີບ່ອນຈອດລົດສະດວກສະບາຍກວ້າງໃຫຍ່ທີ່ສຸດ ໄດ້ລົງສຳຫລວດ ແລະ ຕິດຕາມເບິ່ງລາຄາສິນຄ້າຢູ່ໃນຕະຫລາດລາວ-ອົດຊີ ເຊິ່ງພົບເຫັນສິນຄ້າຫລາຍລາຍການທີ່ມີລາຄາປົກກະຕິຢູ່ ເປັນຕົ້ນ: ຊີ້ນງົວ ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 361
ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຫ້າມບໍ່ໃຫ້ຈອດລົດຕັນປ້າຍລົດເມໃນຕົວເມືອງນະຄອນຫຼວງວຽງຈັນ. .. ເພື່ອເປັນການສົ່ງເສີມ ແລະ ປັບປຸງປະສິດທິພາບ ຂອງລົດຂົນສົ່ງສາທາລະນະພາຍໃນນະຄອນຫຼວງວຽງຈັນ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ໃຫ້ເປັນລະບົບທີ່ທັນສະໄໝ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ສະດວກ ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 516
ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນຈັດສັນຄວາມບໍ່ເປັນລະບຽບ ຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ໃນນະຄອນຫຼວງວຽງຈັນ ທີ່ຕິດພັນກັບການຈັດສັນບັນຫາຈາລະຈອນແອອັດ ແລະ ແກ້ໄຂອຸປະຕິເຫດຕາມທ້ອງຖະໜົນຫຼວງ ຊຶ່ງຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະໂມສອນປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 378
ໃນຕອນເຊົ້າວັນທີ 21 ທັນວາ 2017 ສະມາຄົມນັກປະພັນລາວ, ວາລະສານ ວັນນະສິນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຮ້ານ ໂຕໜອນໜັງສື ໄດ້ເປີດງານເທດ ສະການປື້ມ ປະຈຳປີ 2017 ຂຶ້ນຢ່າງເປັນທາງການພາຍໃຕ້ຫົວຂໍ້ "ເສີມຄວາມຮູ້ ສູ່ຄວາມສະແຫວງອ່ານ"... ໃຫ້ກຽດເຂົ້າຮ່ວມເປີດງານ ໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ...