ໃນຕອນເຊົ້າວັນທີ 21 ທັນວາ 2017 ສະມາຄົມນັກປະພັນລາວ, ວາລະສານ ວັນນະສິນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຮ້ານ ໂຕໜອນໜັງສື ໄດ້ເປີດງານເທດ ສະການປື້ມ ປະຈຳປີ 2017 ຂຶ້ນຢ່າງເປັນທາງການພາຍໃຕ້ຫົວຂໍ້ "ເສີມຄວາມຮູ້ ສູ່ຄວາມສະແຫວງອ່ານ".
ໃຫ້ກຽດເຂົ້າຮ່ວມເປີດງານ ໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ, ທ່ານນາງ ຜິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ, ມີສະມາຄົມນັກປະພັນ, ນັກກະວີ, ນັກຂຽນ ແລະ ສື່ສິ່ງພິມຕ່າງໆ ພ້ອມດ້ວຍບັນດາຮ້ານຈຳໜ່າຍປຶ້ມ, ອຸປະກອນການຮຽນຕ່າງໆ ແລະ ຄູ-ອາຈານ-ນັກຮຽນ-ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ຜິວລາວັນ ຫລວງວັນນາ ໄດ້ໃຫ້ຮູ້ວ່າ: ງານເທສະການໃນຄັ້ງນີ້ ແມ່ນເພື່ອສົ່ງເສີມ ການອ່ານ, ການຂຽນ, ການພີມຈຳໜ່າຍປຶ້ມ, ສື່ສິ່ງພີມພາຍໃນປະເທດ, ພ້ອມທັງເປີດໂອກາດ ໃຫ້ນັກປະພັນລາວ ພົບປະແລກປ່ຽນບົດຮຽນ ກັບຜູ້ອ່ານ ເພື່ອສ້າງກິດຈະກຳຕ່າງໆ ກ່ຽວກັບການອ່ານ, ການຂຽນ ບົດປະພັນວັນນະກຳ ໂດຍໃຫ້ມວນຊົນໄດ້ມີສ່ວນຮ່ວມ ແລະ ໄດ້ຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບປຶ້ມອ່ານ ໂດຍສະເພາະ ປຶ້ມວັນນະກຳລາວ. ເຖິງແມ່ນວ່າຂະບວນການອ່ານປຶ້ມ ຢູ່ປະເທດເຮົາ ນັບມື້ນັບຂະຫຍາຍຕົວ, ແຕ່ທຽບໃສ່ຄວາມຕ້ອງການຂອງການ ພັດທະນາປະເທດຊາດ ແລະ ທ່ຽບໃສ່ຂະບວນການອ່ານຂອງປະເທດອື່ນ ກໍແມ່ນວ່າຫລຸດໂຕນກັນຫລາຍ, ໂດຍປັດຈຸບັນ ສື່ເອເລັກໂຕນິກ ໄດ້ເຂົ້າມາແຊກແຊ່ງ ແລະ ເຮັດໃຫ້ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ຫ່າງໄກອອກຈາກປຶ້ມ ສົ່ງຜົນໃຫ້ການຂຽນ, ການພິມ ຈຳໜ່າຍປຶ້ມ ບໍ່ໄດ້ພັດທະນາເທົ່າທີ່ຄວນ.
ງານດັ່ງກ່າວ ຈັດຂຶ້ນໃນລະຫວ່າງ ວັນທີ 21-25 ທັນວາ 2017 ເວລາ 9:00-21:00 ທີ່ ສູນການຄ້າໄອເຕັກມໍ (ຊັ້ນ6).
Editor: ຕະວັນ ແສງສະຫວັນ