ທ່ານ ສຸລິວັນ ສະຫວັດທະສິນ, ເຈົ້າເມືອງໆປາກເຊ, ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການສ້າງໃຫ້ຕົວເມືອງປາກເຊ ກາຍເປັນນະຄອນ ແມ່ນໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ ເພື່ອຮັບປະກັນເຮັດໃຫ້ຕົວເມືອງກໍ່ຄືນະຄອນ ມີຄວາມສີວິໄລ ເຊິ່ງໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂຢ່າງຄົບຖ້ວນ ຄື: ຕ້ອງມີພົນລະເມືອງແຕ່່ 60 ພັນຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງມີ 25 ພັນຄົນຂຶ້ນໄປ; ມີຄວາມໜາແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງ ຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງແຕ່ 900 ຄົນຂຶ້ນໄປຕໍ່ກິໂລແມັດ; ມີຈໍານວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງ ຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງບໍ່ເກີນ 25% ຂອງຈໍານວນພົນລະເມືອງທັງໝົດ; ມີພື້ນຖານໂຄງລ່າງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບຄົບຊຸດ; ເປັນບ້ານພັດທະນາທັງໝົດ; ກຸ້ມຕົນເອງ; ດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.
ທ່ານເຈົ້າເມືອງປາກເຊ ຍັງອະທິບາຍໃຫ້ຮູ້ຕື່ມວ່າ: ປັດຈຸບັນ ອະນຸກໍາມະການຮັບຜິດຊອບການກະກຽມສ້າງຕັ້ງເມືອງປາກເຊໃຫ້ກາຍເປັນນະຄອນປາກເຊ ແມ່ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໃຫ້ມີຜົນສໍາເລັດ ແລະ ມີຄວາມພ້ອມໃນແຕ່ລະດ້ານ ຄື: ອະນຸກໍາມະການກອງເລຂາຊ່ວຍວຽກ, ອະນຸກໍາມະການຄົ້ນ ຄ້ວາໂຄງປະກອບກົງຈັກການຈັດຕັ້ງຂອງເທດສະບານ ແລະ ນະຄອນ, ອະນຸກໍາມະການຄົ້ນຄ້ວາການກໍານົດເຂດແດນ ແລະ ພື້ນທີ່ເທດສະບານ-ນະຄອນ, ອະນຸກໍາມະການແບ່ງຂັ້ນຄຸ້ມຄອງທາງດ້ານການເງິນ, ອະນຸກໍາມະການຄົ້ນຄ້ວາສ້າງນິຕິກໍາກ່ຽວກັບເທດສະບານ ແລະ ນະຄອນ.
ສໍາລັບ ຄວາມພ້ອມທີ່ຈະປະກາດເມືອງປາກເຊໃຫ້ກາຍເປັນນະຄອນ ແມ່ນພ້ອມ 100% ເຊິ່ງທາງອໍານາດການປົກຄອງຂອງແຂວງ ໄດ້ສະເໜີຕໍ່ລັດຖະບານໂດຍຜ່ານກະຊວງພາຍໃນ ເພື່ອຂໍອະນຸມັດການຮັບຮອງ ແລະ ປະກາດຕົວເມືອງປາກເຊເປັນນະຄອນ. ພ້ອມນີ້ ທ່ານເຈົ້າເມືອງຍັງຮຽກຮ້ອງໃຫ້ປະຊາຊົນແຂວງຈໍາປາສັກ ມີສ່ວນຮ່ວມໃນການສ້າງນະຄອນດັ່ງກ່າວດ້ວຍການຮັກສາຄວາມສະອາດສວຍງາມ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.
Editor: ຫນັງສືພິມຈຳປາໃຫມ່