ໃນວັນທີ 26 ທັນວາ 2017, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກ ປ່ຽນ “ໂຄງການປັບປຸງຊົນລະປະທານກະສິກຳທ່າງ່ອນ” ມູນຄ່າ 61,4 ຕື້ກວ່າກີບ ຫລື ປະມານ 837 ລ້ານເຢັນ ພາຍໃຕ້ການຊ່ວຍເຫລືອ ເພື່ອການພັດທະນາ ຂອງລັດຖະບານຍີ່ປຸ່ນ ຮ່ວມລົງນາມຄັ້ງນີ້, ໂດຍທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ມີບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ໂຄງການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງແມ່ນໜຶ່ງໃນວຽກງານ ບຸລິມະສິດທີ່ລັດຖະບານລາວ ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ຖືເປັນສຳຄັນທີ່ສຸດ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ, ໂດຍສະເພາະໃນຂົງເຂດກະສິກຳ, ຊຶ່ງຈະຊ່ວຍໃນການສະໜອງນ້ຳໃຫ້ພຽງພໍ ແກ່ຊາວກະສິກອນຢູ່ເຂດທ່າງ່ອນ ໃນການຜະລິດເຂົ້າໃນລະດູຝົນ ແລະ ລະດູແລ້ງ ໃຫ້ໄດ້ຕາມເປົ້າໝາຍຂອງລັດຖະບານ ເພື່ອຄ້ຳປະກັນສະບຽງອາຫານໃຫ້ພຽງພໍ.
ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ມາໂດຍຕະຫລອດ ແລະ ຫວັງວ່າ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕື່ມອີກໃນອະນາຄົດ.
ພ້ອມດຽວກັນນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ກໍຄື ການສະໜັບສະໜູນຊ່ວຍເຫລືອ ຂອງລັດຖະບານຍີ່ປຸ່ນ ຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ, ຊຶ່ງນັບແຕ່ປີ 2015 ເປັນຕົ້ນມາ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍ ມາເປັນຄູ່ຮ່ວມມືຍຸດທະສາດ, ຊຶ່ງເຮັດໃຫ້ການພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກໃນທຸກລະດັບ ນັບແຕ່ສູນກາງລົງຮອດຂະແໜງການ ແລະ ທ້ອງຖິ່ນ.
Editor: ຂ່າວສານປະເທດລາວ