ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ ຊາວກະສິກອນທົ່ວປະເທດເກັບກ່ຽວເຂົ້ານາປີສຳເລັດ 100% ໃນເນື້ອທີ່ຕົວຈີງ 788,470 ເຮັກຕາ, ສະມັດຕະພາບ 4.30 ໂຕນຕໍ່ເຮັກຕາ, ຜົນຜະລິດ 3,518 ໂຕນ .
ມາເຖິງປັດຈຸບັນຊາວກະສິກອນຫຼາຍທ້ອງຖິ່ນຕ່າງໆທົ່ວປະເທດ, ບ່ອນທີ່ມີເງື່ອນໄຂໄດ້ເລີ່ມກະກຽມດິນ ແລະ ຕົກກ້າໃຫ້ແກ່ການຜະລິດເຂົ້ານາແຊງປີ 2018 ໃຫ້ໄດ້ຕາມຄາດໝາຍທີ່ຕັ້ງໄວ້ 90,350 ເຮັກຕາ, ຄາດຄະເນນໍາໃຊ້ ແນວພັນ 7,228 ໂຕນ, ສະມັດຕະພາບສະເລ່ຍ 5.26 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 475,387 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງຊາວກະສິກອນໃນທົ່ວປະເທດໄດ້ລົງມືຕົກກ້ານາແຊງ ເລີ່ມແຕ່ທ້າຍເດືອນ ພະຈິກ 2017 ມາເຖິງປັດຈຸບັນສາມາດ ຕົກກ້າໄດ້ ແລ້ວ 2,259 ໂຕນ ເທົ່າກັບ 31%, ກຽມດິນໄດ້ 25,252 ເຮັກຕາ ເທົ່າກັບ 28% ແລະ ປັກດຳໄດ້ທັງໝົດ 1,466 ເຮັດຕາ ໃນນັ້ນມີນາດຳທົ່ວໄປ 316 ເຮັກຕານາຫວ່ານ 1,150 ເຮັກຕາ,.
ສ່ວນພາກເໜືອ ເນື້ອທີ່ການຜະລິດເຂົ້ານາແຊງທັງໝົດມີ 9,315 ເຮັກຕາ ປະຕິບັດໄດ້ 310 ເຮັກຕາ ເທົ່າກັບ 3% ຂອງເນື້ອທີ່. ພາກກາງ 59,715 ເຮັກຕາ ປະຕິບັດໄດ້ 1,156 ເຮັກຕາ ເທົ່າກັບ 2% ແລະ ພາກໃຕ້ 21,320 ເຮັກຕາ, ຕົກກ້າ ສໍາເລັດແລ້ວ 162 ເຮັກຕາເທົ່າກັບ 9%, ກຽມດິນ 4,870 ເຮັກຕາ ເທົ່າກັບ 23% ແຕ່ຍັງບໍ່ທັນທໍາກາປັກດໍາ ເນື່ອງຈາກໄລຍະທີ່ຜ່ານມາຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ເຮັດໃຫ້ການເກັບກ່ຽວເຂົ້ານາປີຫຼ້າຊ້າ ແລະ ເປັນຕົ້ນເຫດໃຫ້ການຜະລິດເຂົ້ານາແຊງບໍ່ທວງທັນເວລາ.
ທ່ານ ກ່າວຕື່ມວ່າ: ການຜະລິດເຂົ້ານາແຊງຂອງຊາວກະສິກອນແມ່ນໄດ້ລົງມືຕົກກ້າ ແລະ ກຽມດິນແຕ່ທ້າຍເດືອນພະຈິກ ເຖິງເດືອນມັງກອນ 2018 ຈຶ່ງໄດ້ສໍາເລັດການຕົກກ້າໃນເນື້ອທີ່ຕົວຈິງ. ຂະນະທີ່ຂະແໜງກະສິກໍາ ແລະ ປ່າໄມ້ກໍ່ໄດ້ລົງຊຸກຍູ້ໃຫ້ຊາວກະສິກອນນຳໃຊ້ເຕັກນິກການຜະລິດແບບກະເສດສຸມ ເພື່ອຍົກສະມັດຕະພາບໃຫ້ສູງຂື້ນກວ່າເກົ່າ.
Editor: ເສດຖະກິດ-ການຄ້າ