ຈາກທີ່ຜູ້ສືຂ່າວລາຍການເມືອງລາວວັນນີ້ພວກເຮົາ ແລະ ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັັດສັນຕະຫລາດລາວ-ອົດຊີ ຂາຍຍົກ ແລະ ຂາຍຍ່ອຍ ທີ່ໃຫຍ່ທີ່ສຸດໃນນະຄອນຫລວງວຽງຈັນ ພ້ອມທັງມີມີບ່ອນຈອດລົດສະດວກສະບາຍກວ້າງໃຫຍ່ທີ່ສຸດ ໄດ້ລົງສຳຫລວດ ແລະ ຕິດຕາມເບິ່ງລາຄາສິນຄ້າຢູ່ໃນຕະຫລາດລາວ-ອົດຊີ ເຊິ່ງພົບເຫັນສິນຄ້າຫລາຍລາຍການທີ່ມີລາຄາປົກກະຕິຢູ່ ເປັນຕົ້ນ: ຊີ້ນງົວ ກິໂລລະ 70,000 ກີບ, ຊີ້ນຫມູປະເພດຫນຶ່ງ: ຊີ້ນກ້ອນ, ດູກຂ້າງ, ຊີ້ນສາມຊັ້ນ ກິໂລລະ 33,000 ກີບ, ຊີ້ນຫມູປະເພດສອງ: ກິໂລລະ 25,000 ຫາ 30,000 ກີບ, ປານິນກະຊັງ ກິໂລລະ 17,000 ກີບ, ໄກ່ລາດ ກິໂລລະ 35,000 ກີບ, ແລະ ປະເພດພືດຜັກຕ່າງໆ ກໍ່ຍັງຢູ່ໃນເກນປົກກະຕິ ຕາມລະດູການ ສຳລັບ ສິນຄ້າປະເພດພືດຜັກ ແມ່ນຈະຂື້ນລົງຕາມສະພາບຕົວຈິງ.
ສຳລັບ ໃນມື້ຫນຶ່ງໆ ຈະມີສິນຄ້າປະເພດພືດຜັກທຸກຊະນິດມາລົງທີ່ຕະຫລາດລາວ-ອົດຊີ ປະມານ 50 ໂຕນຫມາກໄມ້ 60 ໂຕນ, ປະເພດຊີ້ນຫມູ 6 ຫາ 7 ໂຕນ, ປະເພດຊີ້ນງົວ 1 ໂຕນກວ່າ, ປະເພດປາ 3 ໂຕນ ແລະ ອາຫານທະເລ ປະມານ 10 ປາຍໂຕນ. ພ້ອມດຽວກັນນັ້ນ, ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັດສັນຕະຫລາດ ລາວ-ອົດຊີ ຍັງບອກວ່າ: ອານາຄົດອັນໃກ້ ຕະຫລາດຂອງພວກເຮົາຍັງຈະໄດ້ຖືກຄັດເລືອກຈາກນະຄອນຫລວງວຽງຈັນ ໃຫ້ກາຍເປັນຕະຫລາດຕົວແບບ ພ້ອມທັງ ຈັດສັນການຂາຍຂອງຊາວຄ້າຂາຍໃຫ້ເຂົ້າສູ່ລະບົບ ມີຄວາມເປັນລະບຽບຮຽບຮ້ອຍຂື້ນກວ່າເກົ່າ.
ຢ່າລືມ ໃນໂອກາດສະເຫລີມສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີ 2018 ທີ່ຈະມາເຖິງນີ້ ຖ້າຫາກທ່ານໃດຕ້ອງການສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກ ທີ່ມີລາຄາຖືກ ແລະ ບ່ອນຈອດລົດສະດວກສະບາຍ ຕ້ອງໄປທີ່ຕະຫລາດລາວ-ອົດຊີ ຂາຍຍົກ ແລະ ຂາຍຍ່ອຍ ຮັບຮອງຖືກໃຈ.
ມີສຽງສຳພາດ ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັດສັນຕະຫລາດ ລາວ-ອົດຊີ ມາໃຫ້ຮັບຟັງ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ