ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນຈັດສັນຄວາມບໍ່ເປັນລະບຽບ ຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ໃນນະຄອນຫຼວງວຽງຈັນ ທີ່ຕິດພັນກັບການຈັດສັນບັນຫາຈາລະຈອນແອອັດ ແລະ ແກ້ໄຂອຸປະຕິເຫດຕາມທ້ອງຖະໜົນຫຼວງ ຊຶ່ງຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະໂມສອນປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອະໄພລາດ, ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄຳແຫງ ດວງສິລິ, ຮອງເຈົ້າເມືອງ ສີໂຄດຕະບອງ, ມີບັນດາຮອງພະແນກ, ຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ແມ່ນສ້າງໃຫ້ຕົວເມືອງເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ຕົວເມືອງມີຄວາມສະອາດຈົບງາມ, ມີສະເໜ່, ມີສິ່ງແວດລ້ອມທີ່ດີ ແລະ ເປັນຕົວເມືອງທີ່ໜ້າຢູ່ ແລະ ຢືນຍົງ, ເຮັດໃຫ້ການປຸກສ້າງເປັນໄປຕາມແບບທີ່ໄດ້ຮັບອະນຸຍາດ, ໄປຕາມແບບແຜນຜັງເມືອງທີ່ກຳນົດໄວ້, ຈັດສັນການຈອດລົດຊະຊາຍໃຫ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ. ໄລຍະຜ່ານມາໜ່ວຍງານຈັດສັນຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບໜ່ວຍງານຈັດສັນສະເພາະກິດຂອງເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຮັດວຽກຮ່ວມກັນ ແລະ ໄດ້ຮັບຜົນສຳເລັດທີ່ໜ້າເພິ່ງພໍໃຈ ແລະ ໄດ້ແກ້ໄຂບ່ອນຝາກລົດຢູ່ຖະໜົນໜອງບອນ, ຕະຫຼາດຂົວດິນອອກໄດ້ຢ່າງສິ້ນເຊີງ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຖະໜົນຄູວຽງ, ຈັດສັນການຈອດລົດຊະຊາຍຕາມຖະໜົນສາຍຫຼັກ ແລະ ຕະຫຼາດຕ່າງໆໃນຕົວເມືອງເຊັ່ນ: ຕະຫຼາດທົ່ງຂັນຄຳ, ຕະຫຼາດສີໄຄ, ຕະຫຼາດຫົວຂົວ, ຖະໜົນສາມແສນໄທ, ຖະໜົນເສດຖາທິລາດ, ຖະໜົນລ້ານຊ້າງ, ຖະໜົນໄກສອນ ແລະ ຖະໜົນ T2 ເຫຼົ່ານີ້ເປັນຕົ້ນ.
ນອກຈາກນັ້ນແລ້ວ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ຍັງໄດ້ຈັດປັບເສັ້ນທາງ ທູເວ ມາເປັນ ວັນເວ ແລະ ຈາກ ວັນເວ ມາເປັນ ທູເວ ເຊັ່ນ: ຖະໜົນເຈົ້າຟ້າງຸ່ມ, ຈາກທູເວ ມາເປັນວັນເວ, ຖະໜົນແຄມຂອງ ຈາກທູເວ ມາເປັນ ວັນເວ, ຖະໜົນຂົວຫຼວງຈາກ ວັນເວ ມາເປັນ ທູເວ, ໄດ້ປັບປຸງໄຟອຳນາດຫຼາຍຈຸດໃນຕົວເມືອງ ທີ່ເຫັນວ່າ ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອໃຫ້ມີຄວາມສະດວກຄ່ອງຕົວດີຂຶ້ນ, ໄດ້ເປີດຈຸດໂຄ້ງຫຼາຍຈຸດ ເພື່ອໃຫ້ຄວາມສັນຈອນມີຄວາມສະດວກໃນການລ້ຽວເຊັ່ນ: ຖະໜົນຄູວຽງເສື່ອມໃສ່ຖະໜົນທາດຂາວພະໄຊ, ຖະໜົນທົ່ງຂັນຄຳ ( ໂຮງກາຍະສິນ), ຖະໜົນດົງປ່າແຫຼບ, ຖະໜົນເລກທີ 11 ຕອນເໜືອ, ຖະໜົນສຸພານຸວົງ ເສັ້ນທາງລ່ອງ ແລະ ໄດ້ຮື້ຖອນປ້າຍໂຄສະນາທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ເປັນລະບຽບຮຽບຮ້ອຍຕາມເສັນທາງສາຍຫຼັກ ເຊັ່ນ: ຖະໜົນ T2, ຖະໜົນT4, ຖະໜົນໄກສອນ ແລະ ຖະໜົນສຸພານຸວົງ. ສ່ວນແຜນລົງຈັດສັນໃນຄັ້ງນີ້ ແມ່ນຈະໄດ້ເຮັດການທົດລອງຢູ່ຖະໜົນສຸພານຸວົງເປັນຖະໜົນຕົວແບບ ແລະ ຫຼັງຈາກນັ້ນຈະສືບຕໍ່ໄປຖະໜົນອື່ນໆ ໃນຈຳນວນ 21 ເສັ້ນສາຍຫຼັກໃນນະຄອນຫຼວງວຽງຈັນ.
Editor: ດາວໄຊ ສີວິໄລ