ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຫ້າມບໍ່ໃຫ້ຈອດລົດຕັນປ້າຍລົດເມໃນຕົວເມືອງນະຄອນຫຼວງວຽງຈັນ.
ເພື່ອເປັນການສົ່ງເສີມ ແລະ ປັບປຸງປະສິດທິພາບ ຂອງລົດຂົນສົ່ງສາທາລະນະພາຍໃນນະຄອນຫຼວງວຽງຈັນ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ໃຫ້ເປັນລະບົບທີ່ທັນສະໄໝ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ສະດວກ ການສັນຈອນມີຄວາມໂລ່ງລ່ຽນ ໄດ້ປະສິດທິຜົນ ໂດຍການມີສ່ວນຮ່ວນຂອງທຸກຄົນ ໂດຍສະເພາະແມ່ນອຳນວຍຄວາມສະດວກໃຫ້ລົດເມສາທາລະນະ ສາມາດເຂົ້າຈອດຕາມປ້າຍຈອດຢ່າງປອດໄພງ່າຍຕໍ່ການຂຶ້ນລົງຂອງຜູ້ໂດຍສານ
ດັ່ງນັ້ນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ຈິ່ງອອກແຈ້ງການໃຫ້ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ລວມເຖິງລົດຕຸກໆ ຈ້ຳໂບ້, ລົດຕູ້, ລົດຂົນສົ່ງໂດຍສານ, ສອງແຖວ ຫ້າມບໍ່ໃຫ້ຈອດຕາມປ້າຍຈອດລົດເມທຸກບ່ອນໃນທົ່ວນະຄອນຫຼວງວຽງຈັນ.
ທັງນີ້ ກໍ່ເນື່ອງຈາກວ່າຜ່ານມາມັກມີຍານພາຫະນະຈອດຕັນຈຸດປ້າຍຂອງລົດເມ ເພື່ອການຂຶ້ນລົງຂອງຜູ້ໂດຍສານ ເຮັດໃຫ້ລົດເມບໍ່ສາມາດເຂົ້າຈອດໄດ້ ແຕ່ລະບຽບໃໝ່ການບໍລິການລົດເມໂດຍສານສາທະລະນະ ແມ່ນຈະຈອດຮັບ-ສົ່ງຜູ້ໂດຍສານຕາມເວລາ ແລະຈຸດທີ່ກຳນົດໄວ້ເທົ່ານັ້ນ.
Editor: ຕະວັນ ແສງສະຫວັນ