ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ຂອງຂະແໜງພາສີ ທົ່ວປະເທດ 11 ເດືອນປີ 2017 ສາມາດເກັບລາຍຮັບໄດ້ 5.693 ຕື້ກີບ, ເທົ່າກັບ 85,61% ຂອງແຜນການປີ 2017. ໃນນັ້ນ, ເກັບລາຍຮັບ ຈາກນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ສິ້ນສ່ວນອາໄຫລ່, ເຄື່ອງກໍ່ສ້າງ ແລະ ຄ່າປັບໄໝ. ສ່ວນແຜນການສູ້ຊົນໝົດປີ ຂະໜງພາສີ ຈະເກັບລາຍຮັບໃຫ້ໄດ້ 6.240 ຕື້ກີບ ເທົ່າກັບ 93,84%, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 119,52%.
ທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ລາຍງານຕໍ່ກອງປະຊຸມວິຊາການພາສີ ທົ່ວປະເທດ ປະຈໍາປີ 2017 ວ່າ: ການຈັດຕັ້ງປະຕິບັດແຜນລາຍຮັບຕົວຈິງ 11 ເດືອນຜ່ານມາ ແລະ ໝົດປີນີ້ ຍັງເຫັນວ່າຈະບໍ່ບັນລຸຕາມຄາດໝາຍ ທີ່ສະພາຮັບຮອງ ມອບໃຫ້ 6.650 ຕື້ກີບ. ຢ່າງໃດກໍຕາມ ສໍາລັບ ແຂວງທີ່ປະຕິບັດໄດ້ຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ ປະຕິບັດໄດ້ 2,5 ພັນຕື້ກີບ, ສະຫວັນນະເຂດ 614 ຕື້ກີບ, ຈຳປາສັກ 529 ຕື້ກີບ, ໄຊຍະບູລີ 493 ຕື້ກີບ ແລະ ບັນດາແຂວງອື່ນໆ ຕາມລໍາດັບ. .
ສຳລັບ ການຈັດເກັບລາຍຮັບ ຂອງບັນດາແຂວງໃຫຍ່ ເຖິງວ່າຈະໄດ້ຫລາຍກວ່າໝູ່ ແຕ່ຖ້າທຽບໃສ່ແຜນການ ທີ່ທາງກົມພາສີມອບໝາຍໃຫ້ ຍັງບໍ່ໄດ້ບັນລຸແຜນການ ໂດຍສະເພາະ ນະຄອນຫລວງວຽງຈັນ 68,73%, ຈຳປາສັກ 83,92%, ແຂວງ ອັດຕະປື ປະຕິບັດໄດ້ 68,73%, ແຂວງເຊກອງ 92,90%, ແຂວງວຽງຈັນ 88,88% ແລະ ແຂວງ ຫລວງນໍ້າທາ 94,75%.
Editor: ຂ່າວສານປະເທດລາວ