ທ່ານ ສົມຫວັງ ນິນທະວົງ, ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດເຜີຍ ວ່າ: ງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ຄັ້ງນີ້ ຄາດວ່າຈະມີຜູ້ມາທ່ຽວຊົມ ທີ່ເປັນຄົນລາວບໍ່ຫລຸດ 2 ຫມື່ນຄົນ ສ່ວນຄົນຕ່າງປະເທດ ຈະປະສານກັບສະມາຄົມທຸລະກິດທ່ອງທ່ຽວ ສ້າງກິດຈະກຳ ແລະ ລາຍການທ່ອງທ່ຽວລາວ ໂດຍໃຫ້ກຸ່ມນັກທ່ອງທ່ຽວມາຢ້ຽມຊົມສິນຄ້າທີ່ເຮັດຈາກສີມືຄົນລາວ ເພື່ອສ້າງໃຫ້ເກີດການຈັບຈ່າຍຊື້-ຂາຍສິນຄ້າຈາກພາຍໃນໃຫ້ຫລາຍຂື້ນ.
ພາຍໃນງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈະເຊີນເອົານັກສຶກສາ ຈາກສະຖາບັນຕ່າງໆເຂົ້າຮ່ວມງານ ເພື່ອຢຽມຊົມການຜະລິດສິນຄ້າທີ່ເປັນສີມືຂອງຄົນລາວ ແນ່ໃສ່ໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງສີມືອັນປານີດ ແລະ ການປະດິດສ້າງທີ່ທັນສະໄຫມຂອງຄົນລາວ ລວມທັງສິນຄ້າຕ່າງໆທີ່ຜະລິດຢູ່ລາວ ເພື່ອສົ່ງອອກໄປຕ່າງປະເທດຕື່ມອີກ.
ຂະນະທີທາງດ້ານທ່ານ ກອງມາລາ ພົມມາໄລ ຮອງປະທາສະມາຄົມເຟີນິເຈີລາວ ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ຫນຶ່ງໃນຜູ້ປະກອບການເຟີນິເຈີ້ລາຍໃຫຍ່ອີກຫນຶ່ງໂຮງງານ ທີ່ຈະເຂົ້າຮ່ວມງານວາງສະແດງຜະລິດຕະພັນເຟີນິເຈີ້ໄມ້ລາວ ຄັ້ງທີ 4 ໄດ້ໃຫ້ສຳພາດວ່າ: ສຳລັບ, ງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈໍໍາປີ 2018 ຊຶ່ງເປັນປີທີ່ພິເສດສຸດ ເພາະກົງກັນກັບປີທ່ອງທ່ຽວລາວ 2018 ຊຶ່ງຈະເປັນໂອກາດອັນດີໃຫ້ແກ່ການດຶງດູດນັກທ່ອງທ່ຽວທັງພາຍໃນ ໂດຍສະເພາະແມ່ນຕ່າງປະເທດ ໃຫ້ເຂົ້າມາຈັບຈ່າຍ ແລະ ຊື້ຜະລິດຕະພັນເຟີນິເຈີ້ຂອງລາວໃຫ້ຫລາຍຂື້ນ ແລະ ເບື້ອງຂອງຜູ້ປະກອບການເຟີນິເຈີ້ເອງ ກໍ່ຕ້ອງປັບຕົວການຜະລິດຂອງຕົນ ຕ້ອງໃຫ້ມີຂະຫນາດຂອງສິນຄ້າທີ່ນ້ອຍ ເຊັ່ນ: ເປັນເຄື່ອງທີ່ລະນຶກ ທີ່ມີລັກສະນະວັດທະນະທຳ ບົ່ງບອກຄວາມເປັນເອກະລັກຂອງຊາດລາວເຮົາ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊື້ ແລະ ນຳກັບປະເທດຂອງເຂົາເຈົ້າ.
ມີສຽງສຳພາດຂອງຜູ້ປະກອບການ ທ່ານ ກອງມາລາ ພົມມາໄລ ຮອງປະທາສະມາຄົມເຟີນິເຈີລາວ ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ມາໃຫ້ຮັບຟັງ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ