Economy & Society News |
- Details
- Category: Economy & Society
- Hits: 690
ເມືອງເຊໂປນ ໄດ້ຮັບກຽດເປັນເຈົ້າພາບຈັດງານສະເຫຼີມສະຫລອງວັນດັ່ງກ່າວ ຊື່ງມີບັນດາເມືອງອອ້ມຂ້າງເຂົ້າຮ່ວມສະເຫຼີມສະຫລອງ ໃນນັ້ນມີເມືອງນອງ, ເມືອງຟີນ, ເມືອງວິລະບູລີ ແລະ ເມືອງເຊໂປນ, ພີທີດັ່ງກ່າວຈັດຂື້ນໃນຕອນເຊົ້າວັນທີ2ມີຖຸນາທີ່ຜ່ານມາ, ທີ່ສະໂມສອນຫ້ອງວ່າການເມືອງເຊໂປນ, ແຂວງສະຫວັນນະເຂດ, ໂດຍເປັນກຽດເຂົ້າຮ່ວມ ທ່ານ ສີອຸດອນ...
- Details
- Category: Economy & Society
- Hits: 649
ອາຄານສະພາແຫ່ງຊາດ ໄດ້ເລີ່ມມີການທັບມ້າງ ຮື້ຖອນແລ້ວ ນັບແຕ່ທ້າຍອາທີດທີ່ຜ່ານມາ ເພື່ອໃຫ້ສຳເລັດທັນຕາມແຜນການ ກ່ອນພິທີວາງສີລາເລີກເປີດການກໍ່ສ້່າງຫລັງໃຫມ່ ທີ່ຈະເລີ່ມຂື້ນໃນກາງເດືອນກໍລະກົດ 2017 ທີ່ຈະມາເຖີງນີ້. ຫລັງຈາກນັ້ນ, ຈະໄດ້ເລີ່ມລົງມືທຳການກໍ່ສ້າງ ໃນລະຫວ່າງ ເດືອນຕຸລາ ແລະ ເດືອນພະຈີກ 2017 ແລະ ມີແຜນໃຫ້ສຳເລັດກໍ່ສ້າງໃນປີ 2020...
- Details
- Category: Economy & Society
- Hits: 561
ໃນວັນທີ 6 ມິຖຸນາ 2017 ຜ່ານມາ ຢູ່ທີ່ບ້ານ ສະທົວໄຕ້, ເມືອງທ່າແຕ່ງ ໄດ້ຈັດພິທີປະກາດ ແລະ ຮັບຮອງເອົາ ບ້ານ ສະທົວໄຕ້ ເປັນບ້ານພັດທະນາ, ພາຍໄຕ້ການເປັນປະທານຂອງ ທ່ານ ຄຳໄພ ສິມມາວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງທ່າແຕງ, ມີຄະນະກຳມະການສ້າງບ້ານພັດທະນາຂັ້ນແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ແລະ ຮອງຫ້ອງການອ້ອມຂ້າງ...
- Details
- Category: Economy & Society
- Hits: 646
ວັນທີ 1 ມິຖຸນາ 2017 ຄະນະຫ້ອງການກະສີກຳ ແລະ ປ່າໄມ້ເມືອງຄຳ ໄດ້ຈັດພິທີປູກຕົ້ນໄມ້ຂື້ນທີ່ແຫຼ່ງທ່ອງທ່ຽວນ້ຳອຸ່ນນ້ອຍ ບ້ານຊາງ ເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຄຳ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ...
- Details
- Category: Economy & Society
- Hits: 604
ນັກງານສົ່ງເສີມການຄ້າ ລະຫວ່າງປະເທດ ກະຊວງພານິດແຫ່ງປະເທດໄທຮ່ວມກັບກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ ຈັດງານວາງສະແດງສິນຄ້າ ທ໊ອບໄທແບຣນ 2017 (Top thai Brands) ໃນວັນທີ 7 ມິຖຸນາ 2017 ນີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍມີທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ...
- Details
- Category: Economy & Society
- Hits: 588
ທ່ານ ສົມຈັນ ທໍາມະວົງສາ ອາຍຸ 34 ປີ, ຢູ່ບ້ານຈຸນລາ ເປັນພະນັກງານຢູ່ຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບເມືອງ ທ່າແຕງ ແຂວງ ເຊກອງ, ພາຍໃນຄອບຄົວມີ 3 ຄົນ, ມີແຮງງານສົມບູນ 2 ຄົນ ແມ່ນຄອບຄົວໜຶ່ງທີ່ໄດ້ກາຍເປັນຄອບຄົວຕົວແບບໃນການລ້ຽງປານິນ,ປາດຸກພັນຂາຍເປັນສິນຄ້າ.ທ່ານໃຫ້ສຳພາດກັບສື່ມວນຊົນໃນທ້ອງຖິ່ນວ່າ: ໃນເມື່ອກ່ອນຄອບຄົວ...
- Details
- Category: Economy & Society
- Hits: 772
ກອງປະຊຸມສ່ອງແສງສັນຈອນ ເຈົ້າໜ້າທີ່ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນ 9 ຕົວເມືອງ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ທີ່ປົກຄອງເມືອງນາຊາຍທອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ, ທ່ານ ເບີລິນ ເພັດຈັນທະລາດ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 1298
ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 1 ນະຄອນຫຼວງວຽງຈັນ ໃຫ້ທັດສະນະວ່າ: ສະພາບລວມຂອງຕະຫຼາດແຮງງານປະເທດພວກເຮົາ ຄວາມຈິງແມ່ນປະເທດທີ່ຢູ່ໄລຍະຂ້າມຜ່ານຈາກສັງຄົມກະເສດໄປສູ່ສັງຄົມບໍລິການ ແລະ ອຸດສາຫະກຳ ຂັ້ນຕົ້ນ ມັນຈຶ່ງມີຄວາມ...
- Details
- ທະວີສັກ ໃບລາສີ
- Category: Economy & Society
- Hits: 856
ເຖິງວ່າສົງຄາມຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ທີ່ມີຕໍ່ຊາດລາວເຮົາ ຈະໄດ້ສິ້ນສຸດລົງ ເປັນເວລາ 40 ກວ່າປີ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍແລ້ວກໍຕາມ, ແຕ່ວ່າຈົນມາຮອດປັດຈຸບັນ ປະເທດເຮົາ ກໍຍັງເປັນປະເທດໜຶ່ງ ໃນບັນດາປະເທດ ທີ່ຖືກຜົນກະທົບ ຈາກລູກລະເບີດ ບໍ່ທັນແຕກ ຮ້າຍແຮງກວ່າໝູ່ໃນໂລກ...