ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 1 ນະຄອນຫຼວງວຽງຈັນ ໃຫ້ທັດສະນະວ່າ: ສະພາບລວມຂອງຕະຫຼາດແຮງງານປະເທດພວກເຮົາ ຄວາມຈິງແມ່ນປະເທດທີ່ຢູ່ໄລຍະຂ້າມຜ່ານຈາກສັງຄົມກະເສດໄປສູ່ສັງຄົມບໍລິການ ແລະ ອຸດສາຫະກຳ ຂັ້ນຕົ້ນ ມັນຈຶ່ງມີຄວາມສະຫຼັບສັບຊ້ອນຫຼາຍຢ່າງ. ສະນັ້ນ ມັນຈຶ່ງມີຄວາມຫຍຸ້ງຍາກຕ້ອງໃຊ້ເວລາກ້າວເຂົ້າສູ່ຄວາມເປັນລະບົບໃນຕະຫຼາດແຮງງານ. ທ່ານກ່າວຕື່ມອີກວ່າ: ນັກຮຽນທີ່ເຂົ້າສູ່ສາມັນສຶກສາລະດັບມໍຕົ້ນ, ລະດັບມໍປາຍ ກໍ່ດີ ກໍ່ຄວນໄດ້ສຶກສາເບິ່ງຕະຫຼາດແຮງງານ ແລະ ຮູ້ຕັດສິນໃຈວ່າຕົນເອງຈະໄປເຮັດຫຍັງໃນອານາຄົດ, ທ່າແຮງຕົວເອງແມ່ນຫຍັງ, ຕົວເອງມີພອນສະຫວັນດ້ານໃດ ເພື່ອເຂົ້າສູ່ໃນການສຶກສາຮໍ່າຮຽນ ໃຫ້ມີວຽກເຮັດງານທຳ ແລະ ຕະຫຼາດແຮງງານຕ້ອງການ.ທີ່ຜ່ານມາພວກເຮົາຂາດຂໍ້ມູູູນທາງດ້ານນີ້ ຈຶ່ງເຮັດໃຫ້ນັກຮຽນ ນິຍົມໄປຮຽນຕາມກະແສວິຊາທີ່ມີຄົນຮຽນຫຼາຍ ແຕ່ສຸດທ້າຍຮຽນມາກໍ່ບໍ່ສອດຄ່ອງກັບຈຸດພິເສດຕົວເອງ ແລະ ບໍ່ສອດຄ່ອງກັບຕະຫຼາດແຮງງານ. ພໍ່ແມ່ຜູ້ປົກຄອງ ກໍ່ບໍ່ຮູ້ຂໍ້ມູນ-ຂ່າວສານ ເພາະວ່າພວກເພິ່ນບໍ່ຄຸ້ນເຄີຍ ຢູ່ໃນສັງຄົມ ທີ່ມີຄວາມຫຼາກຫຼາຍທາງດ້ານວິຊາອາຊີບ; ສ່ວນຫຼາຍແມ່ນມີຄ່ານິຍິໃນອະດີດ ແມ່ນຢາກໃຫ້ລູກຕົນເອງໄປຮຽນ ໂດຍບໍ່ຄຳນຶງ, ບໍ່ຮູ້ວ່າອະນາຄົດຂອງລູກຕົນເອງຈະເປັນແນວໃດ.ການແນະນຳໃຫ້ຮູ້ວ່າ ອາຊີບໃນອະນາຄົດ ແມ່ນບໍ່ສະເພາະນັກຮຽນ-ນັກສຶກສາເອງເທົ່ານັ້ນ, ຜູ້ປົກຄອງກໍ່ຄວນຈະຮູ້ຄືກັນ ເພື່ອຈະໄດ້ແນະນຳລູກຫຼານຕົນເອງ ໃຫ້ໄປຮຽນຖືກກັບຕໍ່ໜ້າອາຊີບ ທີ່ມີທ່າແຮງຫຼາຍທີ່ສຸດ.
Editor: ຕະວັນ ແສງສະຫວັນ