ອາຄານສະພາແຫ່ງຊາດ ໄດ້ເລີ່ມມີການທັບມ້າງ ຮື້ຖອນແລ້ວ ນັບແຕ່ທ້າຍອາທີດທີ່ຜ່ານມາ ເພື່ອໃຫ້ສຳເລັດທັນຕາມແຜນການ ກ່ອນພິທີວາງສີລາເລີກເປີດການກໍ່ສ້່າງຫລັງໃຫມ່ ທີ່ຈະເລີ່ມຂື້ນໃນກາງເດືອນກໍລະກົດ 2017 ທີ່ຈະມາເຖີງນີ້. ຫລັງຈາກນັ້ນ, ຈະໄດ້ເລີ່ມລົງມືທຳການກໍ່ສ້າງ ໃນລະຫວ່າງ ເດືອນຕຸລາ ແລະ ເດືອນພະຈີກ 2017 ແລະ ມີແຜນໃຫ້ສຳເລັດກໍ່ສ້າງໃນປີ 2020 ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນທ້າຍເດືອນພືດສະພາ 2017 ຂອງທ່ານ ເລກ ວາງ ຮູ່ງ ຮອງລັດຖະມົນຕີ ກະຊວງກໍ່ສ້າງ ສສ ຫວຽດນາມ, ເພື່ອແນໃສ່ສຳຫລວດ ແລະ ກະກຽມໃຫ້ແກ່ວຽກງານກໍ່ສ້າງສຳນັກງານສະພາແຫ່ງຊາດ ໄດ້ກ່າວວ່າ: ຝ່າຍ ຫວຽດນາມ ໄດ້ສົມທົບກັບຝ່າຍ ລາວ ປະຕີບັດການອອກແບບ ແລະ ການກໍ່ສ້າງ ເພື່ອໃຫ້ມີຄວາມຄຶບຫນ້າ ແລະ ຄຸນນະພາບ ທີ່ວາງໄວ້ ເພື່ອໃຫ້ສຳນັກງານ ດັ່ງກ່າວ ກາຍເປັນສັນຍາລັກ ນຳໃຈແຫ່ງຄວາມສາມັກຄີ ມິດຕະພາບອ້າຍນ້ອງ ແບບພີເສດ ລະຫວ່າງ 2 ປະເທດ ລາວ-ຫວຽດນາມ. ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທີການສະພາແຫ່ງຊາດ, ຮອງຫົວຫນ້າຄະນະຊີ້ນຳລະດັບຊາດ ເພື່ອການກໍ່ສ້າງຫໍສະພາແຫ່ງຊາດຫລັງໃຫມ່ ກ່ຽວກັບການຮື້ຖອນ ຫໍສະພາແຫ່ງຊາດ ຫລັງເກົ່າ ເພື່ອກໍ່ສ້າງຫໍສະພາແຫ່ງຊາດຫລັງໃຫມ່ ໄດ້ຖະແຫລງຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ຫໍສະພາແຫ່ງຊາດຫລັງໃຫມ່ ເປັນອາຄານ 5 ຊັ້ນ, ປະກອບດ້ວຍຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ຫ້ອງໂຖງໃຫຍ່, ຫ້ອງກຽດຕີຍົດ, ຫ້ອງປະຊູມຂະຫນາດກາງ ແລະ ນ້ອຍ, ຫ້ອງເຮັດວຽກຂອງບັນດາຄະນະປະຈຳສະພາແຫ່ງຊາດ, ບັນດາຫ້ອງກະກຽມຮອງຮັບວຽກປະຊຸມອື່ນໆ.
Editor: ກຳປານາດ ລັດຖະເຮົ້າ