ໃນວັນທີ 6 ມິຖຸນາ 2017 ຜ່ານມາ ຢູ່ທີ່ບ້ານ ສະທົວໄຕ້, ເມືອງທ່າແຕ່ງ ໄດ້ຈັດພິທີປະກາດ ແລະ ຮັບຮອງເອົາ ບ້ານ ສະທົວໄຕ້ ເປັນບ້ານພັດທະນາ, ພາຍໄຕ້ການເປັນປະທານຂອງ ທ່ານ ຄຳໄພ ສິມມາວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງທ່າແຕງ, ມີຄະນະກຳມະການສ້າງບ້ານພັດທະນາຂັ້ນແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ແລະ ຮອງຫ້ອງການອ້ອມຂ້າງ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມ. ທ່ານ ຄຳໄຊ ແກ້ວວິໄລທົນ ເລຂາພັກບ້ານ-ນາຍບ້ານ ສະທົວໄຕ້ ກ່າວວ່າ: ບ້ານສະທົວໄຕ້ແມ່ນ ຂື້ນກັບເມືອງທ່າແຕງ, ແຂວງເຊກອງ, ເຊິ່ງປະກອບມີ 2 ຊົນເຜົ່າ ຄື: ເຜົ່າກະຕູ ແລະ ເຜົ່າອາລັກ, ມີພົນລະເມືອງທັງໝົດ 676 ຄົນ, ຍິງ 306 ຄົນ, ມີ 89 ຫຼັງຄາເຮືອນ, ມີ 120 ຄອບຄົວ. ໃນນີ້ ຄອບຄົວກຸ້ມກິນມີ 114 ຄອບຄົວ,ຄອບຄົວທຸກຍາກມີ 6 ຄອບຄົວ,ໂດຍລວມປະຊາຊົນສ່ວນໃຫ່ຍແມ່ນຍຶດຖືອາຊີບການປູກຝັ່ງ-ລ້ຽງສັດ ເປັນຕົ້ນຕໍ, ທົ່ວບ້ານ ມີເນື້ອທີ່ທັງໝົດ 2.840 ເຮັກຕາ, ເນື້ອທີ່ນາ ມີ 10 ເຮັກຕາ,ເນື້ອທີ່ນາສັກ ມີ 100 ເຮັກຕາ,ໂດຍສາມາດຜະລິດເຂົ້າກິນໄດ້ທັງໝົດ 230 ໂຕນຕໍ່ປີ,ນອກຈາກຜະລິດເຂົ້າແລ້ວ ຍັງຜະລິດກາເຟ, ຖົ່ວດິນ ແລະ ສາລີ ຕື່ມອີກ ໃນເນື້ອທີ່ 140 ເຮັກຕາ, ຜົນຜະລິດໄດ້ເກືອບ 40 ໂຕນ, ໂດຍສະເລ່ຍລາຍຮັບຜູ້ໜຶ່ງໄດ້ 2 ລ້ານ ກວ່າກີບຕໍ່ຄົນຕໍ່ປີ. ທ່ານ ຄຳໄຊ ແກ້ວວິໄລທົນ ເລຂາພັກບ້ານ-ນາຍບ້ານ ສະທົວໄຕ້ ກ່າວຕືມວ່າ: ບົນພື້ນຖານຜົນສຳເລັດໃນການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 10 ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ 5 ຂອງອົງຄະນະພັກ ເມືອງທ່າແຕງ, ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ 19 ມາດຖານ, 13 ນາມມະຍົດນັ້ນ ບ້ານສະທົວໄຕ້ ເມືອງທ່າແຕງ ຈິ່ງສາມາດຮັບຮອງເປັນບ້ານພັດທະນາ ແຫ່ງທີ 29 ຂອງເມືອງທ່າແຕງ ຢ່າງສົມກຽດ. ໂອກາດດັ່ງກ່າວ ທ່ານ ຄຳໄພ ສິມມາວັດ ເຮອງເລຂາພັກເມືອງ ຮອງເຈົ້າເມືອງທ່າແຕງ ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ສືບຕໍ່ປົກປັກຮັກສານາມມະຍົດໃຫ້ມີຄວາມຍືນຍົງຕະຫຼອດໄປ. ຂະນະດຽວກັນແຕ່ລະພາກສ່ວນຕ້ອງໄດ້ເພີ່ມທະວີການ ມີສ່ວນຮ່ວມໃຫ້ຫຼາຍຂື້ນ ເພື່ອເປັນການສ້າງຄວາມສາມາດໃນການຮັບຮອງເມືອງທ່າແຕງ ເປັນເມືອງພັດທະນາໃນອະນາຄົນໃກ້ໆນີ້.
Editor: ກຳປານາດ ລັດຖະເຮົ້າ