ວັນທີ 1 ມິຖຸນາ 2017 ຄະນະຫ້ອງການກະສີກຳ ແລະ ປ່າໄມ້ເມືອງຄຳ ໄດ້ຈັດພິທີປູກຕົ້ນໄມ້ຂື້ນທີ່ແຫຼ່ງທ່ອງທ່ຽວນ້ຳອຸ່ນນ້ອຍ ບ້ານຊາງ ເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຄຳ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ, ຕຳຫຼວດ, ລັດວິສາຫະກິດ, ຄະນະພັກອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນບ້ານຊາງ ເຂົ້າຮ່ວມຢ່າງພ້ອມພຽງ. ຈາກນັ້ນ ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໂດຍຫຍໍ້ໃຫ້ຮູ້ວ່າ: ຄວາມໝາຍຄວາມສຳຄັນຂອງຊັບພະຍາກອນທຳມະຊາດ ອັນລ້ຳຄ່າທີ່ມີຢູ່ໃນນິເວດຊີວະນາໆພັນເປັນຕົ້ນແມ່ນແຫຼ່ງນ້ຳ ແລະ ທີ່ດິນປ່າໄມ້ຕໍ່ກັບສີ່ງມີຊີວິດ ແລະ ບໍ່ມີຊີວິດເຊັ່ນ: ການນຳໃຊ້ປະຈຳວັນ, ໃຊ້ເປັນຢາປົວພະຍາດ ແລະ ກໍ່ສ້າງພື້ນຖານໂຄ້ງລ່າງພ້ອມທັງເປັນແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດ, ໄມ້ຍັງເປັນການປົກປັກຮັກສາສີ່ງແວດລ້ອມ ຄວາມດູນດ່ຽງ, ຮັກສາແຫຼ່ງນ້ຳໃນການປົກປັກຮັກສາພັດທະນາປ່າໄມ້ ແລະ ທຳມະຊາດເຮັດໃຫ້ມີຄວາມອຸດົມສົມບູນ. ຫຼັງຈາກນັ້ນທ່ານກໍ່ຍັງໄດ້ໃຫ້ຮູ້ອີກຕື່ມວ່າ: ເມືອງຄຳ ມີເນື້ອທີ່ທັງໝົດ 213,234 ເຮັກຕາ ໃນນີ້ປະກອບມີດິນປ່າໄມ້ 155,600 ເຮັກຕາ, ປ່າສະຫງວນແຫ່ງຊາດ 83,853 ເຮັກຕາ, ປ່າປ້ອງກັນ 32,000 ເຮັກຕາ, ປ່າຜະລິດ 39,000 ເຮັກຕາ ແລະ ປ່າໄມ້ທີ່ຍັງບໍ່ທັນຈັດເຂົ້າ 3 ປະເພດປ່າມີ 747 ເຮັກຕາ, ເຊິ່ງໄມ້ທີ່ນໍາມາປູກໃນຄັ້ງນີ້ປະກອບມີ 3 ຊະນິດເຊັ່ນ: ໄມ້ຜາແດງ, ໄມ້ຜາງນົກ ແລະ ໄມ້ດູ່ລາຍຈຳນວນ 1,000 ຕົ້ນ. ຕອນທ້າຍພິທີ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆຄຳ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມກ່ອນອື່ນໝົດທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນຄັ້ງນີ້ ພ້ອມນັ້ນຍັງໄດ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງວັນທີ່ 1 ມິຖຸນາ ເຊິ່ງເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ກໍ່ທັງເປັນວັນເດັກນ້ອຍສາກົນ ແລະ ໃຫ້ຮູ້ເຖິງຜົນປະໂຫຍດຂອງຕົ້ນໄມ້ຕື່ມອີກ. ຫຼັງຈາກນັ້ນ ກໍ່ໄດ້ນຳເອົາຕົ້ນໄມ້ດັ່ງກ່າວນຳໄປປູກຢູ່ຕາມສະຖານທີ່ໆນຳນົດໄວ້ນັ້ນ.
Editor: ກຳປານາດ ລັດຖະເຮົ້າ