ບັນຍາກາດການສະເຫຼີມສະຫລອງວັນເດັກນ້ອຍສາກົນ ທີ 1 ມີຖຸນາ,ປີນີ້ເມືອງເຊໂປນ ໄດ້ຮັບກຽດເປັນເຈົ້າພາບຈັດງານສະເຫຼີມສະຫລອງວັນດັ່ງກ່າວ ຊື່ງມີບັນດາເມືອງອອ້ມຂ້າງເຂົ້າຮ່ວມສະເຫຼີມສະຫລອງ ໃນນັ້ນມີເມືອງນອງ, ເມືອງຟີນ, ເມືອງວິລະບູລີ ແລະ ເມືອງເຊໂປນ, ພີທີດັ່ງກ່າວຈັດຂື້ນໃນຕອນເຊົ້າວັນທີ2ມີຖຸນາທີ່ຜ່ານມາ, ທີ່ສະໂມສອນຫ້ອງວ່າການເມືອງເຊໂປນ, ແຂວງສະຫວັນນະເຂດ, ໂດຍເປັນກຽດເຂົ້າຮ່ວມ ທ່ານ ສີອຸດອນ ທອງສຸວັນ ຮອງຫົວໜ້າພະແນກສຶກສາທິການ-ກິລາແຂວງສະຫວັນນະເຂດ ພ້ອມຄະນະ,ທ່ານ ຄໍາຫລ້າ ພົມມີໄຊຮອງເຈົ້າເມືອງເຊໂປນ, ເຂົ້າຮ່ວມມີບັນດາທ່ານຫົວໜ້າຫ້ອງການສຶກສາທີການ, ຄູອາຈານ,ນ້ອງນັກຮຽນ 4 ເມືອງອອ້ມຂ້າງ, ຫ້ອງການຕ່າງໆ, ຜູ້ປົກຄອງນັກຮຽນພ້ອມດ້ວຍນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນ, ເພື່ອເຮັດໃຫ້ງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 01 ມີຖຸນາ ປີນີ້ເຕັມໄປດ້ວຍບັນຍາກາດ ທີ່ເບີກບານ ມ່ວນຊື່ນ, ມີເນື້ອໃນໜັກແໜ້ນ ທັງເປັນການເອກອ້າງເຖິງຜົນງານການຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນວຽກຈຸດສຸມຂອງຂະແໜງການສຶກສາໃນທົ່ວເມືອງ ໂດຍສະເພາະການເຄື່ອນໄຫວວຽກງານສິລະປະວັນນະຄະດີຕາມ 05 ຫຼັກມູນຂອງການສຶກສາ, ໃນພິທີ ທ່ານ ຄຳຫຼ້າ ພົມມີໄຊ ຮອງເຂົ້າເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍື່ອງທາງຊື່ງໃນພີທີທ່ານໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສໍາຄັນ ແລະ ປະຫວັດຄວາມເປັນມາວັນເດັກນ້ອຍສາກົນ ທີ 1ມີຖຸນາ,ຈາກນັ້ນ, ກໍ່ໄດ້ຮັບຊົມການສະແດງສິລະປະວັນນະຄະດີຂອງບັນດານ້ອງນ້ອຍນັກຮຽນທັງ 04 ເມືອງ ລວມມີ 09 ລາຍການສະແດງ,ໃນນັ້ນ ມີໂຮງຮຽນອະນຸບານອຸດົກສຸກມີ, ໂຮງຮຽນອະນຸບານເມືອງຟີນ, ໂຮງຮຽນອະນຸບານບຸ່ງຄໍາ ເມືອງວິລະ ບູລີ ແລະ ໂຮງຮຽນອະນຸບານນອງວິໄລ ເມືອງນອງ. ໃນພິທີ ກໍ່ຍັງໄດ້ມີການມອບອຸປະກອນການຮຽນ-ການສອນຈາກພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາ ທັງ 04 ເມືອງ, ໂດຍການເປັນກຽດມອບຂອງ ທ່ານ ສີອຸດອນ ທອງສຸວັນ ຮອງພະແນກສຶກສາທິການ ແລະ ກິລາແຂວງ ແລະ ຕາງໜ້າ ໃນແຕ່ລະເມືອງຂື້ນຮັບ ໂດຍຊ້ອງໜ້າແຂກເຂົ້າຮ່ວມເປັນສັກຂີພະຍານນຳດ້ວຍ.
Editor: ກຳປານາດ ລັດຖະເຮົ້າ