ນັກງານສົ່ງເສີມການຄ້າ ລະຫວ່າງປະເທດ ກະຊວງພານິດແຫ່ງປະເທດໄທຮ່ວມກັບກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ ຈັດງານວາງສະແດງສິນຄ້າ ທ໊ອບໄທແບຣນ 2017 (Top thai Brands) ໃນວັນທີ 7 ມິຖຸນາ 2017 ນີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍມີທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ມີບັນດານັກທຸລະກິດ, ຜູ້ປະກອບການ ລາວ-ໄທ ແລະ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.ການເປີດວາງສະແດງສິນຄ້າໃນຄັ້ງນີ້, ໄດ້ຈັດຂຶ້ນເປັນຄັ້ງທີ 4 ເຊິ່ງຈະດຳເນີນໄປເປັນເວລາ 5 ວັນບັນດານັກທຸລະກິດ ແລະ ຜູ້ປະກອບການ ໄດ້ນຳເອົາສິນຄ້າເຄື່ອງອຸປະໂພກບໍລິໂພກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ອີເລັກໂຕຣນິກ, ເຄື່ອງໃຊ້ສອຍຕ່າງໆ ທີ່ມີຄຸນນະພາບ, ມີມາດຕະຖານ ມາວາງຈຳໜ່າຍ, ເຊິ່ງມີທັງໝົດຫລາຍກວ່າ 190 ຮ້ານ.ທ່ານນາງ ຢານີ ສີມີໄຊ ອັກຄະລາຊະທູດ (ທີ່ປຶກສາຝ່າຍການຄ້າ) ສະຖານທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ເປີດເຜີຍວ່າ: ການຈັດງານໃນຄັ້ງນີ້, ແນໃສ່ສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ເພີ່ມມູນຄ່າການຄ້າ ລະຫວ່າງສອງປະເທດ ໄທ-ລາວ, ເສີມສ້າງພາບພົດຂອງສິນຄ້າທີ່ມີຄຸນນະພາບ, ມີມາດຕະຖານ ແລະ ມີເຄື່ອງໝາຍການຄ້າຂອງທັງສອງປະເທດ ໃຫ້ເປັນທີ່ນິຍົມ ແລະ ຍອມຮັບຂອງຜູ້ບໍລິໂພກ ແລະ ກະຕຸ້ນໃຫ້ນັກທຸລະກິດ ທັງສອງປະເທດຮ່ວມມືເຊິ່ງກັນ ແລະ ກັນ ເພື່ອກ້າວໄປສູ່ຄວາມສຳເລັດ ໃນຕະຫລາດສາກົນ.ພ້ອມດຽວກັນ,ໃນງານຍັງຈັດມີກິດຈະກຳພິເສດ ເຊັ່ນ: ວາງສະແດງຜົນງານໂຄງການສູນພັດທະນາ ແລະ ບໍລິການ ດ້ານການກະເສດຫ້ວຍຊອນ-ຫ້ອຍຊົ້ວ, ຊຶ່ງເປັນໂຄງການພະຣາສະດຳຣິ ໃນ ສປປ ລາວ, ວາງສະແດງ Thailand Trust Mask, ວາງສະແດງ Top Thai Brands, ການສຳມະນາຈາກວິທະຍາກອນ ຜູ້ຊົງຄຸນນະວຸດຈາກປະເທດໄທ ແລະ ຍັງຈະໄດ້ມີການຮ່ວມສົນທະນາ ກັບບັນດາຜູ້ປະກອບການ, ນັກທຸລະກິດ ລາວ-ໄທ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ