ທ່ານ ສົມຈັນ ທໍາມະວົງສາ ອາຍຸ 34 ປີ, ຢູ່ບ້ານຈຸນລາ ເປັນພະນັກງານຢູ່ຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບເມືອງ ທ່າແຕງ ແຂວງ ເຊກອງ, ພາຍໃນຄອບຄົວມີ 3 ຄົນ, ມີແຮງງານສົມບູນ 2 ຄົນ ແມ່ນຄອບຄົວໜຶ່ງທີ່ໄດ້ກາຍເປັນຄອບຄົວຕົວແບບໃນການລ້ຽງປານິນ,ປາດຸກພັນຂາຍເປັນສິນຄ້າ.ທ່ານໃຫ້ສຳພາດກັບສື່ມວນຊົນໃນທ້ອງຖິ່ນວ່າ: ໃນເມື່ອກ່ອນຄອບຄົວແມ່ນພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ອາໄສແຕ່ເງິນເດືອນແຕ່ລະເດືອນກໍພໍກຸ້ມກິນ, ແຕ່ຖ້າຈະເວົ້າເຖິງລາຍຈ່າຍ ພາຍໃນຄອບຄົວ ແລະ ໃນຊີວິດປະຈໍາວັນ ແມ່ນມີຫຼາຍ ຈິ່ງເຮັດໃຫ້ຕົນເອງຕ້ອງໄດ້ຄິດ ແລະ ຊອກຊ່ອງທາງ ເພື່ອຫາລາຍໄດ້ເພີ່ມມາໃຫ້ຄອບຄົວ ແລະ ກໍມີແນວຄິດຢາກຈະລ້ຽງປາຂາຍສົ່ງ ໃຫ້ຕະຫຼາດພາຍໃນເມືອງ ກໍ່ຄື ແຂວງເພາະສັງເກດເຫັນວ່າ ປາທີ່ຂາຍຢູ່ທ້ອງຕະຫຼາດແມ່ນນຳເຂົ້າຈາກຕ່າງແຂວງ ເປັນສ່ວນໃຫຍ່. ສະນັ້ນ ຕົນເອງ ຈຶ່ງໄດ້ປຶກສາຫາລືກັບຄອບຄົວ ແລະ ທາງຄອບຄົວກໍ່ເຫັນດີເຫັນພ້ອມ ຈິ່ງຫັນມາລ້ຽງປາດຸກພັນ ແລະ ປານິນໃນປີ 2013 ຊຶ່ງມີເນື້ອທີ່ການລ້ຽງທັງໝົດ 1 ເຮັກຕາ, ມີໜອງລ້ຽງປາ 1 ໜອງ ໂດຍເລີ່ມລ້ຽງທໍາອິດແມ່ນໄດ້ນໍາໃຊ້ຕົ້ນທຶນກູ້ຢືມຈາກ ທະນາຄານ 70 ລ້ານກີບ, ມາຊື້ລູກປາດຸກພັນ ແລະ ປານິນປ່ອຍຈຳນວນ 10 ພັນໂຕ ແລະ ຫົວອາຫານຈໍານວນໜຶ່ງ. ໃຊ້ເວລາໃນການລ້ຽງປາດຸກພຽງ 2 ເດືອນ ແລະ ປານິນ 6 ເດືອນກໍ່ສາມາດຂາຍໄດ້, ແຕ່ກໍ່ພົບບັນຫາປາໃຫຍ່ບໍ່ເຕັມທີ່ ເຮັດໃຫ້ຂາດທຶນໄປ. ຫຼັງຈາກນັ້ນ ຈຶ່ງໄດ້ຊອກຊ່ອງທາງທີ່ຈະມາແກ້ໄຂບັນຫາ ທີ່ ປະສົບພົບພໍ້ ໃນຊຸດຜ່ານມາ ຊຶ່ງໄດ້ສຶກສາຫາຄວາມຮູ້ນຳຜູ້ທີ່ມີປະສົບການມາກ່ອນ, ຮຽນຮູ້ຈາກ ວາລະສານ ແລະ ປຶກສານຳວິຊາການ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ໄດ້ນໍາເອົາເຕັກນິກຕ່ງໆມາປັບໃຊ້ ໃນການລ້ຽງ. ພາຍຫຼັງໄດ້ມີບົດຮຽນແລ້ວ ກໍ່ໄດ້ນຳມາເລີ່ມເຮັດຕາມຂັ້ນຕອນການລ້ຽງທີ່ຖືກຕ້ອງ ໂດຍໄດ້ມີການປັບປຸງຂະຫຍາຍໜອງຕື່ມອີກ 3 ໜອງລວມເປັນ 4 ໜອງ ແລະ ໄດ້ໄປນໍາເອົາລູກປາມາປ່ອຍ ເປັນຊຸດທີສອງທັງປາດຸກ ແລະ ປານິນ ລວມແລ້ວປະມານ 50 ພັນໂຕ, ການລ້ຽງກໍ່ໄດ້ຮັບປະສິດທິຜົນສູງຂຶ້ນ ຊຶ່ງປັດຈຸບັນ ສາມາດນຳຜົນຜະລິດຂອງຕົນຂາຍໃຫ້ ພໍ່ - ແມ່ປະຊາຊົນພາຍໃນບ້ານ ແລະ ແມ່ຄ້າມາຮັບຊື້ກັບໜອງທັງປາດຸກ ແລະ ປານິນສະເລ່ຍ 20 ກິໂລຕໍ່ມື້, ໃນລາຄາຂາຍກັບທີ່ປາດຸກ 15 ພັນກີບ ຕໍ່ກິໂລ, ປານິນ 23 ພັນກີບຕໍ່ກິໂລ, ທັງໝົດໄດ້ຮັບຜົນກໍາໄລສຸດທິປະມານ 100 ລ້ານກວ່າກີບຕໍ່ປີ.ທ່ານ ສົມຈັນ ທຳມະວົງສາ ເວົ້າຕື່ມວ່າ: ການທີ່ຄອບຄົວຂອງຕົນເອງໄດ້ຮັບຜົນສຳເລັດ ແລະ ໄດ້ເປັນຄອບຄົວຕົວແບບຂອງເມືອງທ່າແຕງ ໃນການສ້າງເສດຖະກິດຄອບຄົວໃນຄັ້ງນີ້ ກໍ່ຍ້ອນມີແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍ່ຄື ການຊີ້ນຳໆພາຢ່າງໃກ້ຊິດຕິດແທດຂອງອົງການປົກຄອງທ້ອງຖິ່ນ ທີ່ຖືກຕ້ອງ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນໄດ້ຜະລິດໃຫ້ຫຼາຍ ແລະກາຍເປັນສິນຄ້າ, ເພື່ອສົ່ງອອກຈົນເຮັດໃຫ້ຄອບຄົວຂອງຕົນ ໄດ້ຫຼຸດພົ້ນອອກຈາກ ຄວາມທຸກຍາກໄດ້ ໃນປະຈຸບັນ.
Editor: ກຳປານາດ ລັດຖະເຮົ້າ