ກອງປະຊຸມແນະນຳການທ່ອງທ່ຽວ ແຂວງ ກວາງຊີ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2018 ຜ່ານມານີ້, ທີ່ໂຮງແຮມຫຼວງພະບາງວີວ ນະຄອນຫຼວງພະບາງ ໂດຍມີ ທ່ານ ສົມພອນ ລໍວັນອິນ ຄະນະພັກ ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼງພະບາງ, ທ່ານ ເຊີນຊາຍກຸ້ຍ ຫົວໜ້າສົ່ງເສີມການທ່ອງທ່ຽວເຂດປົກຄອງຕົນເອງ ແຂວງກວາງຊີ, ມີຫົວໜ້າສະມາຄົມລາວ-ຈີນ,ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ນະຄອນຫຼວງພະບາງ ຕະຫຼອດຮອດນັກທຸລະກິດຈີນຢູ່ແຂວງຫຼວງພະບາງເຂົ້າຮ່ວມ.
ທ່ານ ເຊີນຊາຍກຸ້ຍ ກ່າວວ່າ: ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນ ແລະ ຖອດຖອນບົດຮຽນ ດ້ານການທ່ອງທ່ຽວ ໂດຍສະເພາະແມ່ນດ້ານວັດທະນະທຳ-ຮີດຄອງປະເພນີ, ທໍາມະຊາດ, ປະຫວັດສາດ ແລະ ດ້ານອື່ນໆ ທີເປັນທ່າແຮງໃນການຊຸກຍູ້ສົ່ງເສີມ ແລະ ດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນ. ພ້ອມນີ້, ກໍ່ເປັນການເປີດກວ້າງ ໃນການຮ່ວມມື ການທ່ອງທ່ຽວ ລະຫວ່າງ ສປປ ລາວ ກັບ ສປ ຈີນ, ເວົ້າລວມເວົ້າລະເພາະແມ່ນການຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງ ແຂວງຫຼວງພະບາງ ກັບ ແຂວງກວາງຊີ ໃຫ້ນັບມືນັບຫຼາຍ ແລະ ມີການພັດທະນາດີຂຶ້ນເປັນກ້າວໆ.
ໂອກາດນີ້ ທ່ານ ສົມພອນ ລໍວັນອິນ ກໍ່ໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ການເປີດກອງປະຊຸມແນະນຳ ການທ່ອງທ່ຽວ, ແຂວງກວາງຊີ ຢູ່ແຂວງຫຼວງພະບາງ ຄັ້ງນີ້, ແມ່ນມີຄວາມໝາຍຫຼາຍ ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວຂອງສອງແຂວງ ໄດ້ອອກສູ່ສາຍຕາສາກົນ ແລະ ມີການພັດທະນາດີຂຶ້ນໃນອານາຄົດ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ກໍ່ໄດ້ຮັບຟັງການນຳສະເໜີກ່ຽວກັບສາຍການບິນທ່ອງທ່ຽວ ຕົ່ງຝ່າງ,ນຳສະເໜີການທ່ອງທ່ຽວ ດ້ານວັດທະນະທຳ-ຮີດຄອງປະນີອັນດີງາມ, ສະຖາປັດຕະຍາກໍາ, ທຳມະຊາດ ແລະ ປະຫວັດສາດ ພ້ອມທັງຮັບຊົມການສະແດງສິລະປະ, ວັນນະຄະດີ ຈາກນັກສະແດງ ແຂວງກວາງຊີ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ