ທົ່ງໄຫຫີນແຂວງຊຽງຂວາງ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກໄຫຫີນແຕ່ລະໜ່ວຍມີຂະໜາດແຕກຕ່າງກັນ ທີ່ຕັ້ງຢັ່ງຢາຍຢູ່ຫຼາຍແຫ່ງທີ່ຖືກສ້າງຂຶ້ນໃນຍຸກສະໄໝບູຮານ ມີອາຍຸໄດ້ຫຼາຍຮ້ອຍຫຼາຍພັນປີ ແລະ ໄດ້ຖືກປົກປັກຮັກສາໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮຽນຮູ້ ໄດ້ເບິ່ງໄດ້ຊົມຈົນມາທຸກວັນນີ້ ແລະ ປັດຈຸບັນທົ່ງໄຫຫີນກຳລັງສະເໜີເຂົ້າເປັນມໍລະດົກໂລກ.
ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໄດ້ໃຫ້ສຳພາດວ່າ: ສຳລັບການກະກຽມຄວາມພ້ອມໃນການສະເໜີເອົາ “ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ” ຊາວຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງຂອງສູນກາງໄດ້ມີການກຽມຄວາມພ້ອມໃນການສະເໜີເອົາທົ່ງໄຫຫີນເຂົ້າເປັນມໍລະດົກໂລກໄດ້ແບ່ງເປັນ 5 ໄລຍະ ຄື: ໄລຍະທີ 1 ແຕ່ປີ 1998-2000 ໄດ້ເລີ່ມຈັດຕັ້ງປະຕິບັດ ໂດຍສຸມໃສ່ການສຳຫຼວດເກັບກຳຂໍ້ມູນທາງດ້ານທີ່ຕັ້ງ ແລະ ພູມສັນ ຖານຂອງແຫຼ່ງມໍລະດົກໄຫຫີນ ເພື່ອເປັນພື້ນຖານຕອບສະໜອງໃຫ້ແກ່ການກຳນົດຂອບເຂດອະນຸຮັກ ແລະ ປົກປັກຮັກສາແຫຼ່ງມໍລະດົກ ໄລຍະທີ 2 ໄດ້ດຳເນີນການຈັດຕັ້ງປະຕິບັດປີ 2000-2002 ເພື່ອລົງເລິກວຽກງານສຳຫຼວດພາກສະໜາມໃນການເກັບກຳ ແລະ ສັງລວມເອົາຂໍ້ມູນລະອຽດຂອງແຫຼ່ງມໍລະດົກໄຫຫີນແຕ່ລະແຫ່ງ ໄລຍະທີ 3 ໄດ້ດຳເນີນການຈັດຕັ້ງປະຕິບັດປີ 2002-2005 ເລັ່ງໃສ່ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆໃນການປົກປັກຮັກສາແຫຼ່ງມໍລະດົກໄຫຫີນ ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນລາວ ໂດຍສະເພາະ ຊາວຊຽງຂວາງທີ່ດຳລົງຊີວິດ ແລະ ຕິດພັນກັບແຫຼ່ງມໍລະດົກໄຫຫີນ ໄລຍະທີ 4 ໄດ້ຈັດຕັ້ງປະຕິ ບັດແຕ່ປີ 2006-2010 ເຊິ່ງໂຄງການໄລຍະນີ້ໄດ້ສຸມໃສ່ການພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານວຽກງານຄຸ້ມຄອງ ດູແລ ແລະ ບໍລິຫານແຫຼ່ງມໍລະດົກໄຫຫີນໃຫ້ເກີດຜົນປະໂຫຍດສູງສຸດ ດ້ວຍການມີສ່ວນຮ່ວມຂອງຫຼາຍໜ່ວຍງານ ນັບແຕ່ທ້ອງຖິ່ນຈົນເຖິງສູນກາງ ເພື່ອສ້າງຄວາມສະດວກ ແລະ ເງື່ອນໄຂອັນເໝາະສົມໃນການສະໜັບສະໜູນໃຫ້ແກ່ທ່າແຮງຂອງຊຸມຊົນທ້ອງຖິ່ນ ແລະ ໄລຍະທີ 5 ພາຍຫຼັງທີ່ໄດ້ຮັບອະນຸມັດຈາກລັດຖະບານໃນຕົ້ນປີ 2015 ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ໄດ້ສົມທົບກັບພະແນກຖະ ແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນແຂວງຊຽງຂວາງທຸກຂັ້ນ ໄດ້ສືບຕໍ່ດຳເນີນການຈັດຕັ້ງປະຕິບັດຕົກລົງເປັນເອກະພາບກັນຮັບຮອງເອົາແຫຼ່ງໄຫຫີນ ເພື່ອນຳສະ ເໜີຈົດທະບຽນເປັນມໍລະດົກໂລກ ໂດຍສະເໜີເອົາສະເພາະທົ່ງໄຫຫີນ 11 ຈຸດ.
ໃນຂະນະນີ້ ລັດຖະບານໄດ້ສົ່ງເອກະສານສຳຄັນທີ່ກ່ຽວຂ້ອງຢ່າງເປັນທາງການ ເຖິງອົງການອຸຍແນັສໂກ ຄາດວ່າຈະໄດ້ຮັບເປັນມໍລະດົກໂລກໃນປີ 2019 ດັ່ງນັ້ນ, ຈຶ່ງຂໍເຊີນຊວນພີ່ນ້ອງຊາວລາວທຸກຖ້ວນໜ້າ ແລະ ນັກທ່ອງທ່ຽວຈາກທົ່ວໂລກ ເຂົ້າມາທ່ອງທ່ຽວແຂວງຊຽງຂວາງ ກໍ່ຄື ແຫຼ່ງທ່ອງທ່ຽວທົ່ງໄຫຫີນ ຊາວຊຽງຂວາງ ຍິນດີຕ້ອນຮັບບັນດາທ່ານທີ່ມາສຳຜັດ ແລະ ຢ້ຽມຢາມທ່ຽວຊົມຊຽງຂວາງ ດ້ວຍຄວາມພາກພູມໃຈເປັນຢ່າງຍິ່ງ
Editor: ກຳປານາດ ລັດຖະເຮົ້າ