ເພື່ອເຮັດໃຫ້ການຈັດກິດຈະກໍາປີທ່ອງທ່ຽວລາວ 2018 ບັນລຸຕາມເປົ້າຫມາຍທີ່ວາງໄວ້ ລັດຖະບານກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກ ຖວທ ແຂວງ ໄດ້ເລັງໃສ່ສ້າງຂະບວນການໂຄສະນາປີທ່ອງທ່ຽວລາວ ພາຍໃນແຂວງ, ພ້ອມທັງເລັ່ງຈັດລະດັບສະຖານທີ່ທ່ອງທ່ຽວ ໃນຂອບເຂດທົ່ວປະເທດ.
ສະເພາະແຂວງສາລະວັນ ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນວຽກງານສໍາຄັນ ຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ. ສ້າງລາຍຮັບ-ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນທ້ອງຖິ່ນ. ສະເພາະທີ່ແຂວງສະລະວັນ ໃນປີ 2000 ມີນັກທ່ອງເຂົ້າມາ ພຽງ 1,996 ຄົນ, ລາຍຮັບຈາກການທ່ອງທ່ຽວ 71 ພັນ ກວ່າ ໂດລາສະຫາລັດ, ແຕ່ລາຍຫລັງໄດ້ເປີດປີທ່ອງທ່ຽວ ຈໍານວນນັກທ່ອງທ່ຽວ ນັບມື້ນັບເພີ່ມຂື້ນ, ມາໃນປີ 2007 ຕົວເລກນັກທ່ອງທ່ຽວມີ 93 ພັນ ຄົນ, ສ້າງລາຍຮັບທາງກົງ ແລະ ທາງອ້ອມໄດ້ 14 ລ້ານ ໂດລ້າສະຫາລັດ, ເຫັນໄດ້ທ່າແຮງດັ່ງກ່າວ ປີ 2018 ລັດຖະບານຈິ່ງໄດ້ສຶບຕໍ່ເປີດປີທ່ອງທ່ຽວລາວ ຂື້ນອີກ ເປັນ ຄັ້ງທີ 3 ເຊີ່ງຄາດວ່າ ນັກທ່ອງທ່ຽວຈະເດີນທາງມາແຂວງສາລະວັນ ບໍ່ຫລຸດ 1 ແສນຄົນ, ຕົວເລກລາຍຮັບຄາດຈະໄດ້ຮັບ 15 ລ້ານໂດລາສະຫາລັດ.
ປະຈຸບັນ ແຂວງສາລະວັນ ມີແຫລ່ງທ່ອງທ່ຽວທັງໝົດ 96 ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທໍາມະຊາດ 53 ແຫ່ງ, ແຫລ່ງທ່ອງທ່ຽວທາງວັດທະນະທໍາ 37 ແຫ່ງ, ແຫລ່ງທ່ອງທ່ຽວທາງປະຫວັດສາດ 6 ແຫ່ງ. ສໍາລັບແຫລ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາແລ້ວ ຈໍານວນຫນຶ່ງ ມີນໍ້າຕົກຕາດເລາະ-ຕາດຮັງ, ອຸທິຍານພູຜາສຸກ, ປາກເສັດ-ແກ້ງກຸ, ຖໍ້າ 9 ຮູ້ ພູຕາກເຂົ້າ, ວັງຄໍາ, ດົງໃຫຍ່, ຖໍ້າຜິດ ແລະ ສະຖານທີ່ 4 ພັນຂຸມ ແລະ ແຫລ່ງທ່ອງທ່ຽວອື່ນໆຈໍານວນຫນື່ງ. ສິ່ງທີ່ຫນ້າປະທັບໃຈໃນການທ່ອງທ່ຽວດ້ານວັດທະນະທໍາຢູ່ແຂວງສາລະວັນ ເຫັນວ່າແຂວງດັ່ງກ່າວມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ມີສຽງຂັບສຽງລໍາ ທີ່ເປັນມໍລະດົກພູມປັນຍາຂອງບັນພະບູລຸດ ທີ່ສຶບທອດກັນມາຫລາຍຊົ່ວຄົນ.
Editor: ກຳປານາດ ລັດຖະເຮົ້າ