ເມືອງວັງວຽງ ຖືເປັນເມືອງທີ່ມີທ່າແຮງດ້ານການທ່ອງທ່ຽວ ອັນດັບຕົ້ນໆ ຂອງປະເທດ, ເນື່ອງຈາກວ່າມີສະຖານທີ່ທ່ອງທ່ຽວ ທີ່ເປັນທໍາມະຊາດ ຫລາກຫລາຍ ເຫມາະແກ່ການມາທ່ຽວຊົມ, ພັກຜ່ອນ ແລະ ເຮັດກິດຈະກໍາຕ່າງໆ ໄດ້ເປັນຢ່າງດີ. ຈາກການເຂົ້າມາຂອງນັກທ່ອງທ່ຽວ ນັບມື້ນັບຫລາຍຂື້ນ ໄດ້ສົ່ງຜົນດີແກ່ການພັດທະນາການທ່ອງທ່ຽວ ແລະ ສ້າງລາຍຮັບແກ່ຊຸມຊົນທ້ອງຖິ່ນ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບແກ່ປະຊາຊົນ ໃນຫລາຍໆບ້ານ ທີ່ເມືອງວັງວຽງ.
ອີກຫນຶ່ງສະຖານທີ່ທ່ອງທ່ຽວ ເປັນຕາທ້າທາຍ ຄືການຂື້ນເບີ່ງວິວທິວທັດທໍາມະຊາດ ເທີງຜາເງີນໃຫຍ່ ເຊີ່ງເປັນຜາ ທີ່ສູງອັນດັບຕົ້ນໆ ພາຍໃນເມືອງວັງວຽງ ຢູ່ທີ່ບ້ານໂພນເງີນ, ເມືອງວັງວຽງ ເຊີ່ງເປັນອີກສະຖານທີ່ທ່ອງທ່ຽວແຫ່ງຫນື່ງ ທີ່ໄດ້ມີການພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວໃຫມ່ ທີ່ຫນ້າສົນໃຈ ແລະ ໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ໃນແຕ່ລະມື້ແມ່ນມີນັດທ່ອງທ່ຽວເດີນທາງມາທີ່ຜາເງີນໃຫຍ່ ແຫ່ງນີ້ ເປັນປະຈໍາ ເພື່ອເບີ່ງທັດສະນີຍະພາບຕົວເມືອງວັງວຽງ ຈາກມູມສູງ ລົງສູ່ດ້ານລຸ່ມ. ສະຖານທີ່ທ່ອງທ່ຽວຜາເງີນໃຫຍ່ ແມ່ນນອນຢູ່ໃນເຂດບ້ານໂພນເງີນ ຫ່າງຈາກເມືອງວັງວຽງ ໄປທາງທິດຕາເວັນຕົກ ຝັ່ງນໍ້າຊອງ ພຽງ 1 ກິໂລແມັດ
ທ່ານ ຫືລີ ຮອງນາຍບ້ານໂພນເງິນ ແລະ ທ່ານ ພົ່ງວ່າງ ອໍານວຍການໂຮງຮຽນ ຕາງຫນ້າອໍານາດການປົກຄອງບ້ານໂພນເງິນ ໄດ້ລາຍງານຕໍ່ທີມຊ່າວວ່າ: ສະຖານທີ່ທ່ອງທ່ຽວຜາເງິນໃຫຍ່ ທາງບ້ານໄດ້ເປີດໃຫ້ເປັນແຫລ່ງທ່ອງທ່ຽວໃຫມ່ ມາໄດ້ 3-4 ປີມາແລ້ວ ໂດຍອິ່ງໃສ່ເງື່ອນໄຂຂອງການທ່ອງທ່ຽວພາຍໃນເມືອງວັງວຽງ ທີ່ມີການພັດທະນາ ນັບມື້ນັບຫລາຍຂື້ນ, ບັນດານັກທ່ອງທ່ຽວກໍ່ເດີນທາງມາທີ່ເມືອງວັງວຽງ ເປັນຈໍານວນຫລວງຫລາຍ ສະນັ້ນ ເພື່ອໃຫ້ແຫລ່ງທ່ອງທຽວ ຫລາຍຂື້ນ ທາງບ້ານໂພນເງີນ ຈີ່ງໄດ້ພັດທະນາສະຖານທີ່ດັ່ງກ່າວ ໃຫ້ກາຍເປັນແຫລ່ງທ່ອງທ່ຽວໃຫມ່ ຂື້ນມາ ຕອບສະຫນອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ ທາງພາຍໃນ ແລະ ຕ່າງປະເທດ. ສະເພາະສະຖານທີ່ດັ່ງກ່າວ ແມ່ນມີຫລາຍຈຸດ ທີ່ຫນ້າສົນໃຈ ໃນການຖ່າຍຮູບ ເມື່ອຂື້ນໄປເຖິງຍອດຜາເງິນ ແມ່ນມີຄວາມສວຍງາມຫລາຍ ເພາະສາມາດເບີ່ງເຫັນວິວທິວທັດ ຕົວເມືອງວັງວຽງ ໄດ້ຢ່າງຊັດເຈນ, ອາກາດສົດຊື້ນ
Editor: ກຳປານາດ ລັດຖະເຮົ້າ