ເມື່ອບໍ່ດົນມານີ້, ທ່ານ ສະຫວັນຄອນ ຣາດຊະມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ແລະ ສື່ມວນຊົນ ໄດ້ເດີນທາງ ຢ້ຽມຢາມ ເຂດທ່ອງທ່ຽວ ແດນສະຫວັນນໍ້າງື່ມ ຣິສອດ, ເມືອງທຸລະຄົມ, ແຂວງວຽງຈັນ ເຊີ່ງການເດີນທາງໄປ ຢ້ຽມຢາມ ເຂດດັ່ງກ່າວ ຄັ້ງນີ້ ແມ່ນການເດີນທາງໄປແບບພິເສດ ໂດຍມີ ທ່ານ ສຸລາເພັດ ແກ້ວວຽງຄໍາ ຜູ້ອໍານວຍການ ໂທລະພາບລາວສະຕາຣ ຮ່ວມຕິດຕາມ. ໃນນັ້ນ ທ່ານ ຮອງລັດຖະມົນຕີ ຖວທ, ທັງເປັນສະມາຊິກສະພາແຫ່ງຊາດ ໄດ້ຖືເອົາໂອກາດດັ່ງກ່າວ ສຶກສາເບີ່ງແບບແຜນການດໍາລົງຊີວິດ ຂອງປະຊາຊົນ ໃນ 2-3 ບ້ານ ທີ່ຕິດພັນກັບອ່າງນໍ້າງື່ມ, ເບີ່ງພື້ນຖານໂຄງລ່າງ ແລະ ຄໍາຄິດຄໍາເຫັນ ຕ່າງໆ ທີ່ປະຊາຊົນຕ້ອງການ ແລະ ຕ້ອງໄດ້ໄດ້ມີການພັດທະນາ. ໃນນັ້ນ ທາງດ້ານການສຶກສາ, ການປູກຝັງ-ລ້ຽງສັດ, ການປະມົງ ແລະ ຮູບແບບການມີສ່ວນຮ່ວມໃນການບໍລິການທ່ອງທ່ຽວ ແກ່ນັກທ່ອງທ່ຽວ.
ແດນສະຫວັນນໍ້າງື່ມ ຣິສອດ ຖືໄດ້ວ່າ ເປັນອີກສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ທີ່ແຂວງວຽງຈັນ ມີການບໍລິການທີ່ຫລາກຫລາຍ, ທີ່ພັກ, ຮ້ານອາຫານ, ກິດຈະກໍາທາງກິລາ ລະດັບພາກພື້ນ ແລະ ພິເສດ ເຂດດັ່ງກ່າວ ຍັງມີທໍາມະຊາດທີ່ສວຍງາມ
Editor: ກຳປານາດ ລັດຖະເຮົ້າ