ທ່ານ ບຸນລັບ ແສງອາພອນ, ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກລາຍ, ແຂວງໄຊຍະບູລີ ພ້ອມດ້ວຍຂະແໜງການທີ່ກຽ່ວຂ້ອງ ແລະ ອໍານາດການປົກຄອງບ້ານ, ນັກທຸລະກິດ ໄດ້ພ້ອມກັນລົງສໍາຫຼວດແຫຼ່ງທ່ອງທຽ່ວທໍາມະຊາດ ຕາດຊ້າງຕົກ ແລະ ຕາດຈ່ານ.
ຕາດແຫ່ງນີ້ ກໍາເນີດເກີດຂຶ້ນ ຢູ່ຕາມລໍາຫ້ວຍ ມີນໍ້າໄຫລຜ່ານຕະຫລອດປີ ມີອາກາດເຢັນສົດຊື່ນ ໂດຍສັງເກດເຫັນວ່າ ພໍ່ແມ່ປະຊາຊົນເຂົ້າໄປທ່ອງທ່ຽວ ເຂົ້າໄປທ່ຽວຊົມຫລາຍທີ່ສຸດແມ່ນໃນໄລຍະລະດູແລ້ງ ເພາະໄລຍະດັ່ງກ່າວນໍ້າຈະໃສເຢັນ ສາມາດແນມເຫັນສັດນໍ້ານາໆຊະນິດໄດ້ດີ, ກະແສນໍ້າ ກໍຈະບໍ່ໄຫລແຮງ ເໝາະແກ່ການລົງໄປຫລິ້ນນໍ້າ ເພື່ອຜ່ອນຄາຍຄວາມອິດເມື່ອຍ. ຍິ່ງສໍາຄັນໄປກວ່ານັ້ນ ໃນບໍລິເວນອ້ອມຮອບຕາດ ແມ່ນຈະປົກຄຸມໄປດ້ວຍ ປ່າໄມ້ທີ່ຂຽວສົດງົດງາມ ມີຄວາມອຸດົມໄປດ້ວຍພືດພັນທັນຍາຫານ ພ້ອມທັງເປັນແຫລ່ງທໍາມາຫາກິນ ເພື່ອລ້ຽງຊີບ ໃນຊີວິດປະຈໍາວັນ ຂອງປະຊົນຢູ່່ແຖບນັ້ນນໍາອີກ.
ຕາດຊ້າງຕົກ ແລະ ຕາດຈ່ານ ແມ່ນຕັ້ງຢູ່ຂອບເຂດ ບ້ານນຄະຍາງ ຕິດກັບເຂດປ່າອະນຸລັກແຫ່ງຊາດ ນາຄະຍາງ ຫ່າງຈາກເທດສະບານເມືອງປາກລາຍ ໄປທາງທິດເໜືອເສັ້ນທາງຫຼວງແຫ່ງຊາດ ອາ4 R4 ປະມານ 50ກິໂລເມັດ ແລະ ຈາກເສັ້ນທາງຫຼວງແຫ່ງຊາດ R4 ຈຸດບ້ານນາຄະຍາງ ໄປຫາຕາດຈ່ານ ປະມານ 1,5 ກິໂລເມັດ ໄປທາງທິດຕາເວັນອອກ ແລະ ຕາດຈ່ານ ຫາ ຕາດຊ້າງຕົກ ປະມານ 500 ແມັດ ນ້ໍາຕົກຕາດຈ່ານ ແມ່ນເປັນຕາດພະລານຫີນ ອອ້ມດ້ວຍປ່າໄມ້ ແລະ ມີນ້ຳໄຫຼຕະຫຼອດປີ ມີຄວາມຍາວປະມານ 50 ແມັດ ແລະ ນໍ້າຕົກຕາດຊ້າງຕົກ ມີຄວາມສູງ ປະມານ 7 ແມັດ.
ຈຸດປະສົງ ຂອງການລົງສໍາຫຼວດແຫຼ່ງທ່ອງທຽ່ວນໍ້າຕົກຕາດຊ້າງຕົກ ແລະ ຕາດຈ່ານໃນຄັ້ງນີ້ ເພື່ອເປົ້າຫມາຍຄວາມເປັນໄປໄດ້ ໃນການຈະພັດທະນາເປັນແຫຼ່ງທ່ອງທຽ່ວຂອງເມືອງໃນອານາຄົດ ໂດຍຈະມອບໃຫ້ັກທຸລະກິດເປັນຜູ້ສຳປະທານໃນການພັດທະນາແຫລ່ງທ່ອງທ່ຽວແຫ່ງນີ້, ທັງເປັນການສ້າງກິດຈະກໍາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ຊຶ່ງແມ່ນເຄື່ອງມືໃນການພັດທະນາຊຸມຊົນ ແນໃສ່ເພື່ອເສີມສ້າງ ຄວາມເຂັ້ມແຂງ ແລະ ຄວາມ ອາດສາມາດຂອງຊຸມຊົນໃນ ເຂດຊົນນະບົດ ຫຼື ໃນການຄຸ້ມຄອງຊັບພະຍາກອນ ການທ່ອງທ່ຽວ ທັງຮັບປະກັນການມີສ່ວນ ຮ່ວມຂອງຊຸມຊົນຢ່າງທົ່ວເຖິງ.
Editor: ເມືອງປາກລາຍ