ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ພ້ອມດ້ວຍ ທ່ານ ປອ ແພງສີ ສີລາວີ ເຈົ້າເມືອງໆລະມາມ, ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງເຊກອງ ພ້ອມພາກສ່ວນກ່ຽວຂ້ອງແຂວງ, ເມືອງໄດ້ລົງສໍາຫຼວດ ແຫຼ່ງທ່ອງທ່ຽວຖໍ້າອົງແກ້ວ ແລະ ຖໍ້າອົງຕໍ ຢູ່ເຂດ 6, ບ້ານຕອກອົງແກ້ວ, ເມືອງລະມາມ ແຂວງເຊກອງ
ການລົງສຳຫຼວດແຫຼ່ງທ່ອງທ່ຽວປະຫວັດສາດ ຂອງທ່ານຮອງເຈົ້າແຂວງ ພ້ອມຄະນະໃນຄັ້ງນີ້ ໄດ້ໄປເບິ່ງສະຖານທີ່ຖໍ້າອົງແກ້ວ, ຖໍ້າອົງຕໍ ແລະ ຖໍ້າອື່ນໆ ທີ່ເປັນຮ່ອງຮອຍປະຫວັດສາດ ຖານທີ່ ໝັ້ນການສູ້ຕ້ານຈັກກະພັດຜູ້ຮຸກຮານ ຢູ່ແຂວງຕາເວັນອອກ ( ແຂວງເຊກອງ ໃນປະຈຸບັນ) ນອກນີ້ ໄປສໍາຫຼວດຖໍ້າໂລງ ຢູ່ເຂດ 5 ບ້ານຕະນຶມ ເຊິ່ງເປັນຮ່ອງຮອຍປະຫວັດສາດທາງດ້ານວັດທະນະທຳຕື່ມອີກ.
ໂອກາດນີ້, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ກໍ່ຍັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜື່ງ ໄປມອບໃຫ້ບ້ານດັ່ງກ່າວ ພ້ອມທັງໂອ້ລົມອໍານາດການປົກຄອງ ແລະ ປະຊາຊົນເຂດບ້ານດັ່ງກ່າວ ເອົາໃຈໃສ່ເຂົ້າຮ່ວມໃນການບົວລະບັດປົກປັກຮັກສາ ແລະ ພັດທະນາ ບັນດາຖໍ້າ ເຊິ່ງເປັນຖານທີ່ຢູ່ອາໃສບັ້ນພະບູລຸດ, ອາດີດການນໍາທີ່ເປັນຮ່ອງຮອຍປະຫວັດສາດດັ່ງກ່າວ ໃຫ້ໄດ້ຮັບການພັດທະນາກາຍເປັນສະຖານທີ່ທ່ອງທ່ຽວທີ່ສໍາຄັນ ໂດຍສະເພາະຕ້ອງພ້ອມກັນອະນາໄມ ສ້ອມແປງເສັ້ນທາງໄປຫາຖໍ້າ ໄດ້ຢ່າງສະດວກສະບາຍ
ພ້ອມກັນນັ້ນ ຫ້າມເດັດຂາດບໍ່ໃຫ້ບຸກຄົນ ຫຼື ພາກສ່ວນໃດຕັດໄມ້ອ້ອມແອ້ມບໍລິເວນຖໍ້າ, ເປັນເຈົ້າການໃນການປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເສີ່ມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມ ແລະ ພູມປັນຍາຂອງຊາວບ້ານ ເພື່ອເປັນສິ່ງດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວຢູ່ເຂດແຫຼງທ່ອງທ່ຽວດັ່ງກ່າວຢ່າງຫຼວງຫຼາຍ.
Editor: ກຳປານາດ ລັດຖະເຮົ້າ