ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບ ເມືອງນາຊາຍທອງ ຈັດຂະບວນລົດທ່ອງທ່ຽວສູ່ສະຖານທີ່ທ່ອງທ່ຽວທຳມະຊາດຕາດຊອນ ສາຍພູພະນັງ ໄດຈັດຂຶ້ນວັນທີ 30 ພຶດສະພາ 2018 ໂດຍມີທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຫົວໜ້າໂຮງຮຽນການເມືອງການປົກຄອງນະຄອນຫຼວງ ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີພະນັກງານ ແລະ ນັກທຸລະກິດ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງຂະບວນໄດ້ເລີ່ມແຕ່ຫ້ອງວ່າການປົກຄອງເມືອງນາຊາຍທອງ ໄປສູ່ສະຖານທີ່ທ່ອງທ່ຽວທຳມະຊາດຕາດຊອນ.
ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ ໄດ້ກ່າວວ່າ: ຂະບວນລົດທ່ອງທ່ຽວຈາກນະຄອນຫຼວງວຽງຈັນ ຖືວ່າເປັນກິດຈະກຳຫຼັກໃນການເປີດປີທ່ອງທ່ຽວລາວ 2018 ຂອງເມືອງນາຊາຍທອງ ກໍ່ຄືນະຄອນຫຼວງວຽງຈັນ ມີລົດເຂົ້າຮ່ວມທັງໝົດ 70 ຄັນ ໃນນັ້ນ ຈາກເມືອງນາຊາຍທອງ 40 ຄັນ ນອກຈາກຂະບວນລົດແລ້ວ ຍັງມີກິດຈະກຳຕ່າງໆປິ່ນອ້ອມ ເຊັ່ນ: ແລ່ນມິນິມາລາທອນ 5 ກິໂລແມັດ ຈາກບ້ານນາຍາງຫາສະຖານທີ່ທ່ອງທ່ຽວຕາດຊອນ ມີຜູ້ເຂົ້າຮ່ວມ 150 ຄົນ ກິດຈະກໍາປູກໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກ 1 ແສນຕົ້ນ ກິດຈະກຳທ່ຽວຊົມສວນໄມ້ປູກ ໄມ້ທຳມະຊາດ ຊົມຖານຄູຫາ ຊົມຖ້ຳພັກສະເດັດເຈົ້າສຸພານຸວົງ ແລະ ອື່ນໆ.
ການຈັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທາງສະຕິປັນຍາເຫື່ອແຮງ ແລະ ອຸປະຖຳທາງດ້ານວັດຖຸເງິນທອງຈາກບັນດານັກທຸລະກິດຂົງເຂດທ່ອງທ່ຽວ ທັງໃນນະຄອນຫຼວງວຽງຈັນ ກໍ່ຄື ເມືອງນາຊາຍທອງ ໂດຍສະເພາະແມ່ນທ່ານ ຄຳໄພ ສົມຊະນະ ຜູ້ອຳນວຍການສະຖານທີ່ທ່ອງທ່ຽວຕາດຊອນ ທີ່ໄດ້ໃຫ້ອຸປະຖຳທາງດ້ານສະຖານທີ່ ແລະ ວັດຖຸເງິນທອງ ລວມເປັນເງິນທັງໝົດ 50 ລ້ານກີບ.
ທ່ານເຈົ້າເມືອງນາຊາຍທອງ ຍັງກ່າວຕື່ມວ່າ: ປັດຈຸບັນ ການພັດທະນາການທ່ອງທ່ຽວຢູ່ເມືອງນາຊາຍທອງ ໄດ້ມີການຂະຫຍາຍຕົວຂຶ້ນເປັນກ້າວໆ ໂດຍສະເພາະແມ່ນການລົງທຶນຂອງພາກເອກະຊົນ ເຂົ້າໃນການພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບປະສົມປະສານ ເປັນຕົ້ນ ສະຖານທີ່ທ່ອງທ່ຽວທຳມະຊາດຕາດຊອນ, ສະຖານທີ່ທ່ອງທ່ຽວທຳມະຊາດສວນພຶກສາ, ນ້ໍາຕົກຕາດຫີນຄັນນາ, ຟາມນາເດຍ ແລະ ອື່ນໆ ນອກຈາກນີ້ ຍັງມີການລົງທຶນໃສ່ໂຮງແຮມ ຣີສອດ ຮ້ານອາຫານປະເພດຕ່າງໆຫຼາຍຂຶ້ນ ປັດຈຸບັນທົ່ວເມືອງມີສະຖານທີ່ທ່ອງທ່ຽວທຳມະຊາດ 7 ແຫ່ງ ໂຮງແຮມ 6 ແຫ່ງ ຣີສອດ 10 ແຫ່ງ ເຮືອນພັກ 9 ແຫ່ງ ແລະ ຮ້ານອາຫານ-ກິນດື່ມ 55 ແຫ່ງ ມີສະຖານທີ່ທ່ອງທ່ຽວທຳມະຊາດທີ່ກຳລັງສຳຫຼວດ ແລະ ພັດທະນາ ຄື: ອ່າງນ້ຳຫຸມ ອ່າງນ້ຳຊ່ວງ ແລະ ຕາດຊ່ວງ ມີສະຖານທີ່ທ່ອງທ່ຽວທີ່ໄດ້ຂຽນໂຄງການ ເພື່ອດຶງດູດທຶນຈາກນັກທຸລະກິດພາຍໃນ 3 ແຫ່ງ ຄື: ສວນສາທາລະນະໜອງທອງ ຢູ່ບ້ານນາຊາຍທອງໃຕ້ ສະຖານທີ່ທ່ອງທ່ຽວທຳມະຊາດ-ວັດທະນະທຳ ວັດພະບາດໂພນຄ້ອງ ຢູ່ບ້ານນາຂ່າ ແລະ ສະຖານທີ່ທ່ອງທ່ຽວປະຫວັດສາດທຳມະຊາດໜອງຂະໜຽງ ຢູ່ບ້ານແສນດິນ ນອກນັ້ນ ຍັງມີສະຖານທີ່ທ່ອງທ່ຽວທີ່ໜອງຕະເຫລິະ ທີ່ເມືອງກຳລັງສຳຫຼວດວັດແທກ-ປັກຫຼັກໝາຍເຂດແດນ ເພື່ອຮອງຮັບການພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງໃນອະນາຄົດ.
Editor: ວຽງຈັນໃຫມ່