ທ່ານ ພູວົງ ພະມີສິດ, ເຈົ້າຂອງສະຖານທີທ່ອງທ່ຽວ ສວນພຶກສາ ທີ່ຕັ້ງຢູ່ບ້ານດານຊີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄດ້ເປີດເຜີຍກັບລາຍການເມືອງລາວວັນນີ້ ວ່າ: ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2018 ນີ້ ທາງ ສວນພຶກສາ ແມ່ນໄດ້ກຽມຫລາຍກິດຈະກຳໄວ້ຕ້ອນຮັບວັນດັ່ງກ່າວ ເຊິ່ງຈະເລີມເປີດປະຕູໃຫ້ພໍ່ແມ່ປະຊາຊົນນຳພາລູກຫລານເຂົ້າມາໃຊ້ບໍລິການທ່ຽວຫລີ້ນ ນັບແຕ່ເວລາ 8 ໂມງເຊົ້າ ຈົນເຖິງ ເວລາ 18 ໂມງ. ຊຶ່ງໃນມື້ວັນທີ 1 ມິຖຸນາ ເລີ່ມແຕ່ເຊົ້າກໍ່ຈະມີພິທີກ່າວເປີດງານຢ່າງເປັນທາງການ ໂດຍການເຂົ້າຮ່ວມຈາກການນຳເມືອງນາຊາຍທອງ, ຫລັງຈາກນັ້ນ ຈະມີການປູກຕົ້ນໄມ້ນາໆຊະນິດ ປະມານ 400 ກວ່າເບ້ຍ ເພື່ອເປັນການປູກຈິດສຳນຶກໃຫ້ເດັກນ້ອຍຮູ້ຈັກຮັກທຳມະຊາດ ໂດຍສະເພາະຕົ້ນໄມ້, ຮ່ວມກິດຈະກໍາຖາມ-ຕອບ ຮັບຂອງລາງວັນ, ທ່ຽວຫລີ້ນສວນສະນຸກ ເຊັ່ນ: ຂີ່ສະໄລເດີນ້ໍາ, ຂີ່ລົດເອທີວີ, ໄຕ່ສະລິງ, ກິດຈະກໍາຂີ່ມ້າ, ການທ່ຽວຊົມສວນຜັກປອດສານພິດ ເພື່ອໃຫ້ນ້ອງໆໄດ້ສຶກສາຮຽນຮູ້, ການແຈກເຂົ້າຕົ້ມເຂົ້າຫນົມແກ່ເດັກນ້ອຍ ແລະ ລ້ຽງເຂົາ້ຟຣີ ....ທີ່ສໍາຄັນຄ່າບໍລິການທຸກຢ່າງແມ່ນບໍ່ໄດ້ເສຍຄ່າ ທັງນີ້, ກໍ່ເພື່ອໃຫ້ເກີດຄວາມມ່ວນຊື່ນໃນໂອກາດວັນເດັກນ້ອຍສາກົນໃນປີນີ້.
ພິທີເສດ ເດັກນ້ອຍ ນ້ອງໆທີ່ເຂົ້າຮ່ວມສະເຫລີມສະຫລອງວັນເດັກນ້ອຍສາກົນ ທີ່ ສວນພຶກສາ ຍັງຈະໄດ້ຮ່ວມພິທີລົງເສົາເອກຂອງການກໍ່ສ້າງເຮືອນຊົນເຜົ່າ ທີ່ທາງສວນພຶກສາ ຈະໄດ້ຈັດສ້າງຂື້ນໃນໄວໄວນີ້ ເພື່ອເປັນບ່ອນສຶກສາຮຽນຮູ້ວັດທະນາທໍາ, ແບບແຜນວິຖີການດໍາລົງຊີວິດຂອງຊົນເຜົ່າ ໃນ ສປປ ລາວ. ແລະ ຖ້າຫາກທ່ານໃດບໍ່ໄດ້ພາລູກຫລານມາທ່ຽວໃນວັນທີ 1 ມິຖານາ ແຕ່ກໍ່ຍັງສາມາດມາໄດ້ຈົນເຖິງວັນທີ 3 ມິຖຸນາ ເພາະທາງສ່ວນພຶກສາ ເພີ່ນກໍ່ຈະມີກິດຈະກຳຕໍ່ເນື່ອງກັນເລີຍ.
ຄາດວ່າຈະມີພໍ່ແມ່ນປະຊາຊົນນຳພາລູກຫລານເຂົ້າມາທ່ອງທ່ຽວ ສວນພຶກສາ ໃນວັນທີ 1 ມິຖຸນາ ວັນເດັກນ້ອຍສາກົນ ປີນີ້ ຫລາຍພັນຄົນ.
Editor: ຕະວັນ ແສງສະຫວັນ