ທິດຜ່ານມາ ຢູ່ທີ່ຝ່າຍນ້ຳລົ້ນ ບ້ານປາກເປາະ ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີກິດຈະກຳງານບຸນບັ້ງໄຟ ປະຈຳປີ 2018 ນີ້. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວຽງ ສີໄກສອນ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ, ມີບັນດາບ້ານອ້ອມຂ້າງ, ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນ ບ້ານປາກເປາະເຂົ້າຮ່ວມຢ່າງພ້ອມພຽງ.
ໃຫ້ກຽດເປີດງານໃນຄັ້ງນີ ໂດຍແມ່ນ ທ່ານ ຂັນທອນ ທໍາມະວົງ ນາຍບ້ານໆປາກເປາະ. ໂດຍອີງຕາມການຕົກລົງເຫັນດີຂອງການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານ. ການຈັດກິດຈະກໍາງານບຸນບັ້ງໄຟ ປະຈຳປີ 2018 ຂອງບ້ານປາກເປາະ. ເພື່ອເປັນການສຶບທອດຮັກສາຮີດຄອງປະເພນີ ອັນດີງາມນີ້ໄວ້ໃຫ້ຍືນຍົງ. ພ້ອມນີ້ຍັງເປັນການຈູດບູຊາພະພຸດພະທຳພະສົງ. ບັ້ງໄຟທີ່ສົ່ງເຂົ້າປະກວດແຂ່ງຂັນລວມ ທັງໝົດມີ 85 ບັ້ງ, ເປັນບັ້ງໄຟໝື່ນ 10 ບັ້ງ, ຜ່ານການແຂ່ງຂັນຈູດບັ້ງໄຟເຫັນວ່າ: ບັ້ງໄຟຂຶ້ນງາມເຂົ້າແລວທີ 1 ແມ່ນບັ້ງໄຟ ຂອງທ່ານ ແສງອຸດອນ ກໍ່ສ້າງ ໄດ້ຮັບລາງວັນ 300.000 ກີບ, ທີ 2 ແມ່ນບັ້ງໄຟ ທ່ານ ອຸດອນ. ລາງວັນ 200.000 ກີບ. ແລະ ທີ 3 ແມ່ນບັ້ງໄຟ ຮ້ານເອັນທົວ ໄດ້ຮັບລາງວັນ 100.000 ກີບ. ໃຫ້ກຽດມອບລາງວັນໃນຄັ້ງໂດຍ ແມ່ນ ທ່ານ ເຂືອງຄຳ ເລຂາພັກບ້ານໆປາກເປາະ.
Editor: ກຳປານາດ ລັດຖະເຮົ້າ