"ຫຼວງພະບາງຍົກເວັ້ນພາສີ ເພື່ອດຶງດູດນັກທ່ອງທ່ຽວ"
ສປປ ລາວ ເຖິງຈະມີປະຊາກອນປະມານ 7 ລ້ານຄົນ. ແຕ່ຖືເປັນປະເທດທີ່ມີສັກກາຍະພາບທາງດ້ານການທ່ອງທ່ຽວ ໃນຫຼວງພະບາງ ລັດຖະບານຈິ່ງກຽມຍົກລະດັບເສດຖະກິດຈາກພາກກະຊິກຳ ເຂົ້າສູ່ທຸລະກິດບໍລິການດ້ານການທ່ອງທ່ຽວ.
ເມືອງຫຼວງພະບາງ ເປັນທີ່ຮູ້ຈັກຢ່າງກ້ວາງຂວາງຫຼັງຖືກຍົກໃຫ້ເປັນໜື່ງໃນເມືອງມໍລະດົກໂລກ, ມີນັກທ່ອງທ່ຽວເດີນທາງເຂົ້າມາເຖິງ 5 ແສນຄົນໃນປີທີ່ແລ້ວ ແລະ ປີນີ້ຄາດວ່າຈະມີນັກທ່ອງທ່ຽວບໍ່ຕໍ່າກ່ວາ 6 ແສນຄົນ ສົ່ງຜົນໃຫ້ການເຊື່ອມຕໍ່ຖ້ຽວບິນລະຫວ່າງ ເມືອງຫຼວງອາຊຽນກັບເມືອງຫຼວງພະບາງ ມີ່ຖ້ຽວບິນຫຼາຍຂຶ້ນຢ່າງເຊັ່ນ: ແອເອເຊຍ(ປະເທດໄທ) ຖ້ຽວບິນໃໝ່ ກຸງເທບ-ຫຼວງພະບາງ ເມື່ອຊ່ວງຕົ້ນປີ ລວມເຖິງສາຍການບິນຈາກສິງກະໂປ(SilkAir) ທີ່ວາງແຜນຈະເປີດເສັ້ນທາງບິນແຕ່ ສິງກະໂປ-ຫຼວງພະບາງ ໃນຊ່ວງປາຍປີນີ້.
ທ່ານ ສົມບູນ ທັດສະວົງ ຮອງຫົວໜ້າກົມວາງແຜນ ແລະ ການລົງທຶນປະຈຳຫຼວງພະບາງບອກວ່າ: ດ້ວຍສັກກາຍະພາບດ້ານການທ່ອງທ່ຽວໃນພື້ນທີ່ເຮັດໃຫ້ລັດຖະບານຕ້ອງການຍົກລະດັບເສດຖະກິດ ຈາກເສດຖະກິດກະຊິກຳທຳມະຊາດເຂົ້າສູ່ເສດຖະກິດບໍລິການ ແລະ ການທ່ອງທ່ຽວເພື່ອເພີ່ມລາຍໄດ້ໃຫ້ກັບປະຊາກອນໃນພື້ນທີ່.ໂດຍຕັ້ງເປົ້າໝາຍເພີ່ມຈຳນວນໃຫ້ທຸລະກິດບໍລິການໃນຫຼວງພະບາງຢ່າງໂຮງແຮມ, ຮ້ານອາຫານ ແລະ ກິດຈະກຳທ່ອງທ່ຽວ ໂດຍໃຫ້ສິດທິພິເສດດ້ານພາສີແກ່ຜູ້ປະກອບການທັ້ງນີ້ ຕາມແຜນອັດຕາການຍົກເວັ້ນພາສີ ຂຶ້ນຢູ່ກັບການຂະຫຍາຍຕົວຂອງເສດຖະກິດໃນແຕ່ລະເຂດຂອງແຂວງຫຼວງພະບາງ ໂດຍຈະເລີ່ມຕົ້ນຈາກການຍົກເວັ້ນພາສີນິຕິບຸກຄົນໃຫ້ປະມານ 2 ປີ ຫຼັງຈາກນັ້ນຈະພິຈາລະນາອັດຕາສ່ວນແບ່ງເປັນ ການຍົກເວັ້ນພາສີນິຕິບຸກຄົນໄລຍະເວລາ 4 ປີ ໃນເຂດທີ່ມີການພັດທະນາປານກາງ ແລະ ຍົກເວັ້ນພາສີນິຕິບຸກຄົນໄລຍະ 6 ປີ ສຳຫຼັບເຂດທີ່ມີການພັດທະນາຕໍ່າເປັນຕົ້ນ.
ຈາກມາດຕະການດັ່ງກ່າວ ເຮັດໃຫ້ຂະນະນີ້ມີບໍລິສັດທີ່ສົນໃຈເຂົ້າມາລົງທຶນໃນຫຼວງພະບາງແລ້ວ 20-30 ໂຄງການ ດ້ວຍມູນຄ່າການລົງທຶນລວມກັນຫຼາຍກ່ວາ 437,500,000 ກີບ. ໂດຍການລົງທຶນດັ່ງກ່າວຈະຄວບຄູ່ໄປກັບການພັດທະນາທຸລະກິດບໍລິການຂອງປະຊາຊົນໃນທ້ອງຖີ່ນທີ່ຄວບຄຸມດ້ານຮ້ານອາຫານ, ຄົມມມະນາຄົມຂົນສົ່ງ, ບໍລິການນຳທ່ຽວ ແລະ ຮ້ານຄ້ານ້ອຍ ທັງຍັງສົ່ງເສີມໃຫ້ຄົນທ່ອງຖິ່ນຂະຫຍາຍການລົງທຶນດ້ານກະຊິກຳ ເພື່ອເປັນເປັນແຮງຍູ້ໃຫ້ການທ່ອງທ່ຽວ.
ແນວໃດກໍ່ຕາມ ລັດຖະບານລາວໄດ້ເລັ່ງພັດທະນາພູມສາດ ແລະ ການເດີນທາງໃນຫຼວງພະບາງ ເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນທີ່ເຂົ້າມາໃນອະນາຄົດອີກດ້ວຍ.
ຂໍ້ມູນຈາກ: www.posttoday.com
ຮູບພາບ: www.laosturism.org