ແຫຼ່ງທ່ອງທ່ຽວຜາແຕ້ມ ພູລະຫິດ ຕັ້ງຢູ່ໃນພື້ນທີ່ເມືອງຄົງເຊໂດນ ແຂວງສາລະວັນ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ອີກແຫ່ງໜຶ່ງທີ່ໜ້າທ່ຽວຊົມ ຊຶ່ງມີຈຸດຊົມວີວ, ທີວທັດທາງທຳມະຊາດທີ່ສວຍງາມ ເໝາະແກ່ການທ່ຽວຊົມ ພັກຜ່ອນ, ພະຈົນໄພ, ຍ່າງປ່າ, ຕັ້ງແຄ້ມ ແລະ ອື່ນໆ. ຜາແຕ້ມ ພູລະຫິດ ເປັນເຂດທີ່ມີໜ້າຜາສູງຊັນມີຖ້ຳຜາມື ເຊິ່ງມີຮອຍຜາມືຢູ່ໃນຝາຫີນ ແລະ ຜາແຕ້ມແມ່ນມີຮູບແຕ້ມ ສັດສາວາສິ່ງ, ຕາມການບອກເລົ່າຂອງຊາວບ້ານ ວ່າ: ພູລະຫິດ ຫຼື ເມື່ອກ່ອນເອີ້ນວ່າ: ພູໂລຫິດ ເຊິ່ງໝາຍເຖິງສາຍເລືອດຂອງຍັກກຸມພັນ ທີ່ຕໍ່ສູ້ກັບ ສິນໄຊ ແຕ່ປະຈຸບັນປ່ຽນມາເປັນ ພູລະຫິດ ເຊິ່ງໃນພູແຫ່ງນີ້ ຍັງມີສະຖານທີ່ອີກຫຼາຍບ່ອນ ທີ່ເປັນຮ່ອງຮອຍກ່ຽວກັບນິຍາຍສັງສິນໄຊ ເປັນຕົ້ນ: ຕັ່ງສິນໄຊ, ສະຖານທີ່ສິນໄຊລອງລິດ, ບ່ອນຕາກໜັງເສືອ, ຫີນຫຼັກເມືອງ, ຮອຍເສື້ອສາມລ້ານ, ຮອຍກຽນພັນເລັ້ມຂອງຄົນບູຮານ ແລະ ອື່ນໆ...
ຜາແຕ້ມ ພູລະຫິດ ຫ່າງຈາກເສັ້ນທາງເລກທີ 13 ໃຕ້ ເຂົ້າໄປ 20 ຫຼັກກິໂລແມັດ ເປັນທາງດິນແດງຖົມຢຽບແໜ້ນ. ຊຶ່ງໃນວັນທີ 11 ພຶດສາພາ ທີ່ຜ່ານມາ ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກ ຖະແຫລງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ພ້ອມຄະນະ ໄດ້ລົງສຳຫຼວດເກັບກຳຂໍ້ມູນຕົວຈິງ ເປັນຂໍ້ມູນພື້ນຖານ ເພື່ອຈະນຳໄປສຶກສາຄວາມເປັນໄປໄດ້ ຈະພັດທະນາຜາແຕ້ມ ພູລະຫິດ ເຂດບ້ານຄຳຕື້ ເມືອງຄົງເຊໂດນ ແຂວງສາລະວັນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃນອະນາຄົດ.
Editor: ນັກຂ່າວເມືອງຄົງເຊໂດນ