ຍ້ອນຄວາມເປັນຮ່ວງເປັນໃຍ ຕໍ່ກັບ ພື້ນຖານພໍ່ແມ່ປະຊາຊົນໃນການດຳລົງຊີວິດ ແລະ ການໄປມາ ໃຫ້ມີຄວາມສະດວກຫລາຍຂື້ນ ໂດຍສະເພາະກໍ່ຄືການເບິ່ງເຫັນຂອງສາຍຕາ. ສາຍຕາ ແມ່ນມີຄວາມສຳຄັນຫລາຍຕໍ່ຄົນເຮົາ ທີ່ໃຊ້ໃນການເບີ່ງເຫັນໃນການດຳລົງຊີວິດປະຈຳວັນ.
ດັ່ງນັນ, ໃນວັນທີ 23 ພຶດສະພາ 2018 ຜ່ານມາ ຫນ່ວຍງານປິ່ນປົວຕາ ໂຮງໜໍແຂວງວຽງຈັນ ສົມທົບກັບ ສູນປິ່ນປົວຕາ ນະຄອນຫລວງວຽງຈັນ ແລະ ແພດສ່ຽວຊານໂຮງໝໍມະໂຫສົດ ໄດ້ລົງເຄື່ອນໄຫວຜ່າຕັດພະຍາດແກ່ນຕາຂຸ້ນ ໃຫ້ແກ່ພໍ່ແມ່ປະຊາຊົນ ເມືອງທຸລະຄົມ, ແຂວງວຽງຈັນ ໂດຍບໍ່ເສຍຄ່າໃດໆ ເຊິ່ງພາຍຫລັງການຜ່າຕັດພະຍາດແກ່ນຕາຂຸ້ນສຳເລັດ ຈຳນວນ 33 ຄົນ ກໍ່ໄດ້ຈັດພິທີເປີດຕາໃຫ້ພໍ່ແມ່ປະຊາຊົນ.
ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍແມ່ນ ທ່ານ ນາງ ວົງເດືຶອນ ວັດຕະໂສ ຮອງເຈົ້າເມືອງໆທຸລະຄົມ, ມີທ່ານ ດຣ ຄຳຟອງ ສຸກອາລຸນ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ມີທ່ານ ສຸວັນເພັງ ຫົວໜ້າໜ່ວຍງານປິ່ນປົວພະຍາດຕາໂຮງໜໍແຂວງວຽງຈັນ ພ້ອມດ້ວຍພະນັກງານແພດຫມໍ ແລະ ພໍ່ແມ່ປະຊົນຜູ້ທີ່ໄດ້ຮັບການຜ່າຕັດພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ການຜ່າຕັດພະຍາດແກ່ນຕາຂຸ້ນ ທີ່ບໍ່ໄດ້ເສຍຄ່າ ຢູ່ເມືອງທຸລະຄົມໃນຄັ້ງນີ້ ໂດຍແມ່ນໄດ້ຮັບການຊ່ວຍເຫລືອຈາກໂຄງການ ມູນລະນິທິ ເຟຼດໂຣໂຣ ຈາກປະເທດ ອົດສະຕຣາລີ.
Editor: ນັກຂ່າວເມືອງທຸລະຄົມ