ງານວາງສະແດງຕົ້ນໄມ້ ແລະ ເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສ້າງຂະບວນການປູກຈິດສຳນຶກ ເນື່ອງໃນວັນເດັກນ້ອຍສາກົນວັນທີ 1 ມິຖຸນາທີ່ຈະມາເຖິງນີ້ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2018 ຜ່ານມາ ທີ່ເດີ່ນພະທາດຫຼວງ, ຊຶ່ງໄດ້ມີທັງພາກລັດ, ບັນດາບໍລິສັດ, ຫ້າງຮ້ານ ແລະ ຜູ້ປະກອບ ທັງໝົດ ເກືອບ 90 ພາກສ່ວນນຳເບ້ຍໄມ້ມາວາງສະແດງ.
ເຂົ້າຮ່ວມໃນພິທີຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ປະກອບການເຂົ້າຮ່ວມ.
ທ່ານ ທອງພັດ ວົງມະນີ ໄດ້ກ່າວວ່າ: ເພື່ອສ້າງຂະບວນການ ຂ່ຳນັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 38 ປີ (1980-2018) ຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ, ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບນະຄອນຫຼວງວຽງຈັນ ໄດ້ພ້ອມກັນຈັດງານວາງສະແດງຕົ້ນໄມ້, ເບ້ຍໄມ້ ແລະໄມ້ປະດັບ ເພື່ອແນໃສ່ຊຸກຍູ້ທຸລະກິດການກ້າເບ້ຍໄມ້ ໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ, ຮັບປະກັນການສະໜອງ ເບ້ຍໄມ້ ແລະ ຕົ້ນໄມ້ທຸກຊະນິດໃຫ້ແກ່ການປູກໄມ້, ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ 2020 ຂອງລັດຖະບານ ຄື: ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ແລະ ປູກໄມ້ໃຫ້ໄດ້ 5 ແສນເຮັກຕາ ໃນປີ 2020. ການກຳນົດເອົາວັນດັ່ງກ່າວເປັນວັນປູກຕົ້ນໄມ້ ກໍເພື່ອເປັນການປູກຈິດສຳນັກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄື ລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ ແລະ ຫວງແຫນປ່າໄມ້ ແລະ ຊັບ ພະຍາກອນປ່າໄມ້, ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມ ໃນການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ແນໃສ່ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ກາຍເປັນທ່າແຮງ ແລະ ອົງປະກອບທີ່ສຳຄັນໃນການປະກອບເສດຖະກິດແຫ່ງຊາດ, ຈາກນະໂຍບາຍດັ່ງກ່າວ ໄດ້ເຮັດໃຫ້ຂະບວນການປູກໄມ້ໄດ້ມີ ການຂະຫຍາຍຕົວຢ່າງວ່ອງໄວໃນທົ່ວປະເທດ.
ສຳລັບ ການຈັດງານວາງສະແດງຕົ້ນໄມ້ ແມ່ນໄດ້ເລີ່ມແຕ່ວັນທີ 25 ພຶດສະພາ ຫາ 6 ມິຖຸນາ 2018 ນີ້, ໃນນັ້ນໄດ້ມີທັງພາກລັດ, ບັນດາບໍລິສັດ, ຫ້າງຮ້ານ ແລະຜູ້ປະກອບການ ທັງໝົດ 90 ພາກສ່ວນ, ຊຶ່ງເບ້ຍໄມ້ທີ່ນຳມາວາງສະແດງ ທັງໝົດ 1 ແສນເບ້ຍ, ມີຫຼາຍກວ່າ 30 ຊະນິດ, ທີ່ເປັນປະເພດໄມ້ພື້ນເມືອງ ເຊັ່ນ: ໄມ້ຂະຍຸງ, ໄມ້ຄຳພີ, ໄມ້ດູ່ລາຍ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນເຮືອ, ໄມ້ແຄນຂະຍອມ, ສີໄຄຕົ້ນ, ຈຳປີປ່າ, ສະຝາງ, ໄມ້ຕິ້ວ, ໄມ້ສາມສາ, ໄມ້ສັກ, ໄມ້ວິກ, ໄມ້ກະຖິນເທພາ, ກະຖິນນະລົງ, ນອກຈາກນັ້ນ ຍັງມີປະເພດໄມ້ໃຫ້ໝາກ, ໄມ້ປະດັບ, ມີຜະລິດຕະພັນໄມ້, ຜະລິດຕະພັນກະສິກຳ, ຜັກປອດສານພິດ ແລະ ອື່ນໆ......
Editor: ຕະວັນ ແສງສະຫວັນ