ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງ ຂອງ ສປປ ລາວ ເຊິ່ງມີຊາຍແດນຕິດຈອດກັບບັນດາແຂວງ ແລະ ຕ່າງປະເທດ. ນອກນັ້ນ ແຂວງສະຫວັນນະເຂດ ຍັງເປັນແຂວງທີ່ມີວັດທະນະທຳຫຼາກຫຼາຍ ແລະ ປະຫວັດສາດ ທີ່ມີມາຍາວນານ ເຊິ່ງສະແດງອອກໃນການຕໍ່ສູ້ກູ້ຊາດ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າທີ່ຍັງຮັກສາຮີດຄອງປະເພນີ ແລະ ຂະນົມທຳນຽມອັນດີງາມ.
ເມື່ອເວົ້າເຖິງສະຖານທີ່ແຫ່ງນີ້ ນັ້ນກໍ່ຄື: ດົງລີງ, ດົງລີງ ແມ່ນຢູ່ບ້ານດົງເມືອງ, ທີ່ຂຶ້ນກັບເມືອງຈໍາພອນ ແຂວງສະຫວັນນະເຂດ ໄລຍະຫ່າງຈາກຕົວເມືອງ ປະມານ 24 ກິໂລແມັດ ສຳລັບ ການເຂົ້າເຖິງສະຖານທີ່ແມ່ນ ມີຄວາມສະດວກສະບາຍຫຼາຍ ເພາະມີເສັ້ນທາງໄປມາສະດວກ ເຊິ່ງສະຖານທີ່ແຫ່ງນີ້ ໄດ້ເປີດບໍລິການແຕ່ປີ 2000 ເພາະມີພາກສ່ວນຄຸ້ມຄອງແຫຼ່ງທ່ອງທ່ຽວ ແລະ ປະຫວັດຄວາມເປັນມາ. ເຊັ່ນ: ມີການຈັດລະດັບແຫລ່ງທ່ອງທ່ຽວຂັ້ນເມືອງ ແລະ ສິ່ງອໍານວຍຄວາມສະດວກ ໂດຍສະເພາະເສັ້ນທາງ, ຫ້ອງນໍ້າ, ຮ້ານກິນດື່ມຂະໜາດນ້ອຍຂອງຫມູ່ບ້ານ.
ປີ 1952 ຍາພໍ່ບຸນ ບ້ານເຊ ໄດ້ນໍາພາອອກຕົນຍາດໂຍມພາກັນມາ ຕັ້ງວັດຂຶ້ນ ຢູ່ສະຖານທີ່ນີ້ ປັດຈຸບັນ ຍັງມີຮ່ອງຮອຍ ວັດເກົ່າສິມຮ້າງ, ພະພຸດທະຮູບໃຫຍ່ອົງໜຶ່ງ ສະຖິດຢູ່ເທິງ ແທ່ນດິນຈີ່ປະສົມປູນ, ຕາມການບອກເລົ່າ ຂອງຜູ້ເຖົ້າຜູ້ແກ່ວ່າ: ເບື້ອງໜ້າຂອງພຣະ ມີຕົວຂຽນບອກວ່າ (ສ້າງຂຶ້ນ ເມື່ອສັກກະລາດ 6 ຕົວ) ເຂົ້າໃຈ ແມ່ນປີ ຄສ 1006 ເຖິງ 1958 ປະຊາຊົນໃນບ້ານ ພ້ອມດ້ວຍຄູບາ-ອາຈານ ໄດ້ສ້າງສາລາ ພັດທະນາສິມຂຶ້ນມາອີກ ຈໍານວນໜຶ່ງ.
ດົງລີງ ແມ່ນດົງ ທີ່ສັກສິດ ແລະ ມີຝູງລີງ ອາໃສຢູ່ຫລາຍ ຕາມການເຊື່ອຖືວ່າ ເປັນລີງ ທີ່ສັກສິດ ທີ່ເຝົ້າຫໍ ມະເຫສັກ ຫຼັກບ້ານ ແລະ ເຄັດຢໍາທີ່ສຸດ ຖ້າຜູ້ໃດຫາກທໍາລາຍ ຫຼື ຂ້າລີງ ໃນປ່າສະຫງວນແຫ່ງນີ້ ຖືວ່າຈະມີອັນເປັນໄປເຖິງແກ່ຊີວິດ, ປ່າສະຫງວນແຫ່ງນີ້ ມີເນື້ອທີ່ ປະມານ 3 ເຮັກຕາ, ເຊິ່ງໃນປັດຈຸບັນນີ້ ມີຄວາມໜາແໜ້ນ ຈາກປະຊາກອນຂອງລີງ ເຮັດໃຫ້ອາຫານ ບໍ່ພຽງພໍກັນກິນ.
Editor: ດາວໄຊ ສີວິໄລ