ແຫຼ່ງທ່ອງທ່ຽວຜາແຕ້ມ ພູລະຫິດ ເຂດບ້ານຄໍາຕື້, ເມືອງຄົງເຊໂດນ, ແຂວງສາລະວັນ ເປັນສະຖານທີ່ແຫ່ງ ໜຶ່ງທີ່ໜ້າທ່ຽວຊົມ ຊື່ງມີຈຸດຊົມວີວ, ທີວທັດທາງທຳມະຊາດທີ່ສວຍງາມ ເໝາະແກ່ການທ່ຽວຊົມພັກຜ່ອນ, ພະຈົນໄພ, ຍ່າງປ່າ, ຕັ້ງແຄ້ມ ແລະ ອື່ນໆ.
ຜາແຕ້ມ ພູລະຫິດ ເປັນເຂດທີ່ມີສູງໜ້າຜາສູງຊັນ ມີຖ້ຳຜາມື ເຊີ່ງມີຮອຍຜາມື ຢູ່ໃນຝາຫີນ ແລະ ຜາແຕ້ມແມ່ນມີຮູບແຕ້ມ ສັດສາວາສີ່ງທີ່ເກົ່າແກ່ ມີອາຍຸເກືອບພັນປີ, ຕາມການບອກເລົ່າຂອງຊາວບ້ານ ວ່າ: ພູລະຫິດ ຫຼື ເມື່ອກ່ອນເອີ້ນວ່າ: ພູໂລຫິດ ເຊີ່ງໝາຍເຖີງສາຍເລືອດ ຂອງຍັກກຸມພັນທີ່ຕໍ່ສູ້ກັບສິນໄຊ ຕາມເລື່ອງໃນວັນນະຄະດີລາວ, ແຕ່ປະຈຸບັນປ່ຽນມາເປັນພູລະຫິດ ເຊີ່ງໃນພູແຫ່ງນີ້ຍັງມີສະຖານທີ່ອີກຫຼາຍບ່ອນທີ່ເປັນຮ່ອງຮອຍກ່ຽວກັບນິຍາຍສັງສິນໄຊ ເປັນຕົ້ນ: ຕັ່ງສິນໄຊ, ສະຖານທີ່ທ້າວ ສິນໄຊ ລອງລິດເດດ, ບ່ອນຕາກໜັງເສືອ, ຫີນຫຼັກເມືອງ, ຮອຍເສື້ອສາມລ້ານ, ຮອຍກຽນພັນເລັ້ມ ຂອງຄົນບູຮານ ແລະ ອື່ນໆ, ຜາແຕ້ມ ພູລະຫິດ ຫ່າງຈາກເສັ້ນທາງເລກທີ 13 ໃຕ້ ເຂົ້າໄປ 20 ຫຼັກກິໂລແມັດ ເປັນທາງດິນແດງຖົມຢຽບແໜ້ນ.
ໃນກາງເດືອນ ພຶດສາພາ 2018 ຜ່ານມາ ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກ ຖວທ ແຂວງສາລະວັນ ພ້ອມຄະນະ ຖວທ ເມືອງຄົງເຊໂດນ ແລະ ຫນ່ວຍງານຮັບຜິດຊອບທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດເກັບກຳຂໍ້ມູນຕົວຈິງ ເຊີ່ງເປັນຂໍ້ມູນພື້ນຖານ ເພື່ອຈະນຳໄປສືກສາຄວາມເປັນໄປໄດ້ ໃນພັດທະນາຜາແຕ້ມ ພູລະຫິດ ເຂດບ້ານຄຳຕື້, ເມືອງຄົງເຊໂດນ ແຂວງສາລະວັນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວອີກແຫ່ງຫນຶ່ງ ທີ່ຫນ້າສົນໃນອະນາຄົດ.
Editor: ກຳປານາດ ລັດຖະເຮົ້າ